ແປ້ງນົວປອມກຳລັງລະບາດ ກວດ 22 ຮ້ານພົບຢູ່ 7 ຮ້ານ ແປ້ງນົວເປັນສ່ວນປະກອບອາຫານທີ່ຄົນລາວເກືອບວ່າສ່ວນໃຫຍ່ ນິຍົມກັນກິນບໍຂາດໃນແຕ່ລະວັນ ແຕ່ກໍ່ເປັນເລື່ອງໜ້າຄິດທີ່ຕະຫຼອດໄລຍະຜ່ານມາມັກມີຂອງປອມແອບແຝງຢູ່ ຫຼ້າສຸດນີ້ພົບຢູ່ແຂວງຜົ້ງສາລີ 7 ຮ້ານຈາກທັງໝົດ 22 ຮ້ານທີ່ໄດ້ລົງກວດຕົວຈີງ. ເພື່ອເປັນການຕິດຕາມກວດກາສິນຄ້າປອມແປງ, ສິນຄ້າລອກຮຽນແບບ ແລະ ເປັນການປົກປ້ອງຜູ້ຊົມໃຊ້ໃຫ້ໄດ້ຮັບສິນຄ້າທີ່ມີຄຸນນະພາບ ແລະ ຍຸດຕິທຳນັ້ນ ເມື່ອບໍ່ດົນມານີ້ ທີ່ຫ້ອງປະຊຸມພະແນກອຸດສາຫະກຳ ແລະ ການຄ້າແຂວງຜົ້ງສາລີໄດ້ຈັດໃຫ້ມີກອງປະຊຸມປຶກສາຫາລືກ່ຽວກັບການລົງກວດກາແປ້ງນົວປອມ ກາຈອງ ຣາຊາຊູຣົດ ໂດຍການເປັນປະທານ ຂອງທ່ານ ອຸດອນ ມະນີຈັນ ຮອງຫົວໜ້າພະະແນກອຸດສາຫະກຳ ແລະ ການຄ້າ, ມີທ່ານ ອຳນວຍການບໍລິສັດ…