ກິນໝາກກ້ວຍປ່າໄປຕັນລຳໄສ້

ກິນໝາກກ້ວຍປ່າໄປຕັນລຳໄສ້

ຂໍຄວາມຊ່ວຍເຫລືອຈາກຜູ້ໃຈບຸນແດ່ ນ້ອງໄດ້ເຂົ້າໄປຫລີ້ນໃນປ່າກັບຫມູ່ແລ້ວພາກັນໄປກິນຫມາກກ້ວຍປ່າສອງຄົນຫມົດເປັນເຄືອຈົນເຮັດໃຫ້ແກ່ນຫມາກກ້ວຍໄປຕັນລຳໄສ້ຈົນໄດ້ຜ່າຕັດ

ຂໍຄວາມຊ່ວຍເຫລືອຈາກຜູ້ໃຈບຸນແດ່ທ້າວ ອາເລັກ ອາຍຸ 11 ປີ ມາແຕ່ບ້ານ ນາສາວນາງ ເມືອງສັງທອງ ນວຈ ນ້ອງເຂົ້າໄປຫລີ້ນໃນປ່າກັບຫມູ່ແລ້ວພາກັນໄປກິນຫມາກກ້ວຍປ່າສອງຄົນຫມົດເປັນເຄືອຈົນເຮັດໃຫ້ແກ່ນຫມາກກ້ວຍໄປຕັນລຳໄສ້ຈົນໄດ້ຜ່າຕັດ. ການຜ່າຕັດຂອງນ້ອງແມ່ນ 3 ຄັ້ງແລ້ວກໍ່ຍັງບໍ່ຫາຍດີຈົນຮອດເດືອນປາຍແລ້ວທີ່ຖ້າຟັງເບິ່ງອາການວ່າຈະມີການຜ່າຕັດອີກຄັ້ງທີ 4 ບໍ່

ນ້ອງສາມາດກິນອາຫານ, ກິນນົມ ໄດ້ປົກກະຕິ ແຕ່ວ່າມັນຈະອອກມາທາງຮູທະວານທຽມຫມົດບໍ່ຊຶມເຂົ້າໃນຮ່າງກາຍ ເລີຍເຮັດໃຫ້ນໍ້າຫນັກຫລຸດລົງໄປຫລາຍ 10 ໂລ. ທາງຄອບຄົວເປັນຄອບຄົວທີ່ທຸກຍາກບໍ່ມີເງິນພຽງພໍໃນການປິ່ນປົວ ແລະ ຄ່າຢາ ຈົນໄດ້ຄ້າງຄ່າຜ່າຕັດໄວ້ທີ່ປະຊາສຳພັນ 2 ຄັ້ງ ສີ່ງທີ່ຕ້ອງການ ແມ່ນ ອາຫານນໍ້າ ນົມ ຖົງໃສ່ອາໂຈມ

ຕອນນີ້ ນ້ອງປີ່ນປົວຢູ່ ໂຮງຫມໍ ມະໂຫສົດ ນວຈ ຕຶກຜ່າຕັດ ຊັ້ນ 3 ບີໂທຕິດຕໍ່ 030 4824048/ ພໍ່ ທາງຄອບຄົວບໍ່ສາມາດເປີດບັນຊີໄດ້ທາງທີມງານຂໍເປັນຕາງຫນ້າໃນການໃຊ້ບັນຊີເພື່ອຊ່ວຍເຫລືອນ້ອງອາເລັກຄັ້ງນີ້ແລະຈະອັບເດດຍອດບໍລິຈາກທຸກຄັ້ງ ປິດຮັບບໍລິຈາກຊ່ວຍນ້ອງອາເລັກຫມົດເດືອນມັງກອນ 2020 ນີ້. ຊື່ບັນຊີ MOUKTHIDA MANIVONG MS ເລກບັນຊີ 016120001739234001

ສາລະໜ້າຮູ້