16 ທັນວາ 2019 ນີ້ປັບລາຄານໍ້າມັນແອັດຊັງລົງ-ກາຊວນຂຶ້ນ

16 ທັນວາ 2019 ນີ້ປັບລາຄານໍ້າມັນແອັດຊັງລົງ-ກາຊວນຂຶ້ນ

ກະຊວງອຸດສາຫະກຳ ແລະ ການຄ້າ ອອກແຈ້ງການສະບັບເລກທີ 1810/ອຄ. ກຄພນ ລົງວັນທີ 13 ທັນວາ 2019 ເຖິງສະມາຄົມນໍ້າມັນເຊື້ອໄຟ ແລະ ອາຍແກ໊ສ ແລະ ປໍ້າຂາຍຍ່ອຍນໍ້າມັນເຊື້ອໄຟ ເລື່ອງ ແຈ້ງປັບລາຄາຂາຍຍ່ອຍນໍ້າມັນເຊື້ອໄຟ ໃນຂອບເຂດທົ່ວປະເທດ.

ເຊິ່ງການປັບລົງລາຄາໃນຄັ້ງນີ້ ແມ່ນໄດ້ປັບລາຄານໍ້າມັນເຊື້ອໄຟທຸກຊະນິດຄື:

-ແອັດຊັງພິເສດ ປັບລົງ 180 ກີບຕໍ່ລິດ (ຈາກ 10,860 ກີບຕໍ່ລິດ ເປັນ 10,680 ກີບຕໍ່ລິດ)

-ແອັດຊັງທຳມະດາ ປັບລົງ 30 ກີບຕໍ່ລິດ (ຈາກ 9,500 ກີບຕໍ່ລິດ ເປັນ 9,470 ກີບຕໍ່ລິດ)

-ກາຊວນປັບຂຶ້ນ 110 ກີບຕໍ່ລິດ (ຈາກ 8,550 ກີບຕໍ່ລິດ ເປັນ 8,660 ກີບຕໍ່ລິດ)

ລາຄານີ້ ແມ່ນໃຫ້ປະຕິບັດເລີ່ມແຕ່ວັນທີ 16 ທັນວາ 2019 ເວລາ 6:00 ໂມງ ເປັນຕົ້ນໄປ.

ຂໍ້ມູນ : ກະຊວງອຸດສາຫະກຳ ແລະ ການຄ້າ

ພາບ : Pixabay

ຂ່າວທົ່ວໄປ