ຂ່າວດີມາແລ້ວ ຍີ່ປຸ່ນປະກາດຂາຍຢາປິ່ນປົວ-ຕ້ານໂຄວິດ

ຂ່າວດີມາແລ້ວ ຍີ່ປຸ່ນປະກາດຂາຍຢາປິ່ນປົວ-ຕ້ານໂຄວິດ

ຍີ່ປຸ່ນປະກາດຈະຈັດສົ່ງຢາປິ່ນປົວ-ຂ້າເຊື້ອໂຄວິດ ( Avigan) ໃຫ້ 20 ປະເທດຟຣີ ພາຍຫລັງຢາດັ່ງກ່າວໄດ້ຮັບການຢັ້ງຢືນຈາກສະຖານບັນການແພດທົ່ວໂລກວ່າມັນມີປະສິດທິຜົນໃນການປິ່ນປົວຜູ້ຕິດເຊື້ອໂຄວິດຫາຍດີ ຕາມການລາຍງານຂອງ Japan Times ໃນວັນທີ 8 ເມສາ 2020

ທ່ານ ໂຕຊຶມິຊຸ ໂມເຕະກິ ລັດຖະມົນຕີກະຊວງການຕ່າງປະເທດຍີ່ປຸ່ນໄດ້ເປີດເຜີຍວ່າຕາມແຜນຈະຈັດສົ່ງໃຫ້ 20 ປະເທດນັ້ນປະກອບມີຄື ເຊັກ ອີຣານ ອິນໂດເນເຊຍ ມຽນມາ ຕວັກກີ ຊາອຸດິອາຣາເບຍ ແລະ ອື່ນໆ ນອກຈາກນັ້ນຍັງມີ 30 ປະເທດສະແດງຄວາມສົນໃຈສັ່ງຊື້ຈາກຍີ່ປຸ່ນ

ປັດຈຸບັນ ລມຕ ຍີ່ປຸ່ນຍັງຊີ້ແຈງວ່າພວກເຮົາຍັງຈະສົ່ງໃຫ້ອົງການສະຫະປະຊາຊາດຕື່ມອີກຈໍານວນຫນຶ່ງມູນຄ່າປະມານ 1 ລ້ານໂດລາສະຫະລັດເພື່ອຮັບໃຊ້ຈຸດປະສົງລວມຂອງສາກົນ ແລະ ຢາປິ່ນປົວຜູ້ປ່ວຍໂຄວິດນີ້ໂດຍໄດ້ຮັບການພັດທະນາ ແລະ ຜະລິດຈາກກຸ່ມບໍລິສັດຟູຈິຟິມຂອງຍີ່ປຸ່ນ

ຫລ້າສຸດທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ 1.412.500 ກວ່າຄົນ ເສຍຊີວິດ 81.500 ກວ່າຄົນ ແລະ ປິ່ນປົວຫາຍດີເກືອບ 300.000 ຄົນ

ຂ່າວທົ່ວໄປ