ພ້ອມນີ້ ກໍໄດ້ມີຜົນງານການຖ່າຍໂຄສະນາເຂົ້າຈີ່ແຜ່ນຍີ່ຫໍ້ໜຶ່ງ ເຊິ່ງເປັນທີ່ຮູ້ຈັກກັນດີທັງຢູ່ໃນໄທ ແລະ ລາວ. ສ່ວນຢູ່ລາວ ກໍໄດ້ຖ່າຍໂຄສະນາໃຫ້ກັບໂຮງແຮມຊື່ດັງ ເພື່ອນຳສະເໜີກ່ຽວກັບບໍລິການຈັດງານລ້ຽງແຕ່ງດອງ ແລະ ຜົນງານຖ່າຍໂຄສະນາອື່ນໆອີກ
ນອກຈາກການສະແດງໂຄສະນາແລ້ວ, ຕິນ່າ ຍັງໄດ້ຮ່ວມສະແດງລະຄອນເວທີເລື່ອງ Into the Woods ຢູ່ໄທ ແບບແພັກຄູ່ກັບໜຸ່ມ ວິນລີ້ ວິໄລວັນ ຫວານໃຈຂອງຜູ້ກ່ຽວອີກດ້ວຍ.
ແລະ ໃນເດືອນຕຸລາ ກໍໄດ້ເຜີຍໂສມກັບບົດບາດສາວທີ່ຖືກສາມີຫັກອົກ ໃນເພງ “ຊົ່ວນິລັນ” ເຊິ່ງຮ້ອງໂດຍ ດາລຸນີ. ໃນສ່ວນຂອງການເດີນແບບ ເມື່ອເດືອນພະຈິກທີ່ຜ່ານມາ ຖືວ່າເປັນອີກໜຶ່ງຜົນງານທີ່ໂດດເດັ່ນຂອງສາວຄົນນີ້ ເພາະໄດ້ເຂົ້າຮ່ວມເດີນແບບໃນງານ Silk Road International Fashion Week 2019 ທີ່ມາເກົ້າ ພ້ອມຍັງໄດ້ຮັບລາງວັນນາງແບບດີເດັ່ນນຳອີກ.
ຫຼ້າສຸດ ເມື່ອເດືອນທັນວາ 2019 ກໍຍັງສາມາດຄວ້າອີກໜຶ່ງລາງວັນຈາກໄທ ນັ້ນກໍຄືລາງວັນທີ່ສຸດແຫ່ງການພັດທະນາແບບຍືນຍົງສາກົນ 2019 ໃນສາຂາລາງວັນສົ່ງເສີມມິດຕະພາບ, ວັດທະນະທຳ ແລະ ການທ່ອງທ່ຽວອາຊຽນ.
ທັງໝົດນີ້ ກໍຄືຜົນງານທີ່ໂດດເດັ່ນຂອງດາລາສາວຄົນນີ້ໃນຖານະຄົນບັນເທີງລາວໃນປີ 2019 ແລະ ໃນປີ 2020 ສາວຄົນນີ້ຈະມີຫຍັງມາໃຫ້ພວກເຮົາຕິດຕາມ ແລະ ຕື່ນເຕັ້ນກັນອີກກໍຕ້ອງລໍຖ້າຕິດຕາມນຳກັນ.