ຄູ່ຊີວິດ ມີໄວ້ໃຫ້ຮັກໃຫ້ອະໄພ ບໍ່ແມ່ນມີໄວ້ເພື່ອເອົາຊະນະກັນ
ຄວາມຮັກບໍ່ມີສູດກຳນົດ ບໍ່ມີຫຍັງຖືກບໍ່ມີຫຍັງຜິດຂຶ້ນຢູ່ກັບວ່າຄົນສອງຄົນຈະບໍລິຫານຈິດໃຈໄປໃນທິດທາງໃດ ອັນສຳຄັນແມ່ນເມື່ອໄດ້ເປັນຄູ່ສົມລົດແລ້ວໃຫ້ຖືວ່າເປັນ ຄູ່ຊີວິດ ທີ່ຕ້ອງຄ່ອຍປັບຕົວເຂົ້າຫາກັນພ້ອມກັນສ້າງສາຄອບຄົວໃຫ້ມີໃນສິ່ງທີ່ຕ້ອງການແຕ່ຈົ່ງຢ່າໃຫ້ເປັນພຽງ ຊີວິດຄູ່ ທີ່ຢູ່ນໍາກັນໄປພຽງສືບມື້ແລ້ວບໍ່ພາກັນສ້າງສາ ແຖມບໍ່ປານີປານອມກັນຈ້ອງແຕ່ຈະເອົາຊະນະກັນ ໃຫ້ຄິດສະເໝີວ່າຄູ່ຮັກ ບໍ່ແມ່ນຄູ່ແຂ່ງ ແລະ ບໍ່ຈຳເປັນຕ້ອງເອົາຊະນະ ຄວາມຮັກບໍ່ແມ່ນການ ຄອບຄອງ ອີກຝ່າຍ ແຕ່ຄືການ ເຂົ້າໃຈ ອີກຝ່າຍ
ຄວາມຮັກຕ້ອງການຄວາມ ອົບອຸ່ນ ແຕ່ບໍ່ຫຼາຍເກີນໄປຈົນ ອຶດອັດ ສິ່ງທີ່ຜູ້ຊາຍຢາກໄດ້ ຄື ຄວາມເຂົ້າໃຈ ຄວາມໄວ້ໃຈ ການສະໜັບສະໜູນ ການເຫັນດີນຳ ແລະ ຄວາມເຄົາລົບ.