ຄົນທີ່ບໍ່ ສັດຊື່ ເຮັດຫຍັງກໍບໍ່ຈະເລີນກ້າວໜ້າໃນຊີວິດ
ຢ່າຫວັງວ່າຈະຈະເລີນກ້າວໜ້າ ຫາກບໍ່ຮູ້ຈັກຄຳວ່າຊື່ສັດ
ຄຳວ່າຊື່ສັດຄຳໆດຽວອາດປ່ຽນຊີວິດຄົນໆໜື່ງໄປຕະຫຼອດການ ຊື່ສັດຄືສັດຈະວ່າຈາ ທີ່ເປັ່ງອອກມາແລ້ວເຮັດຕາມທີ່ເວົ້າອອກໄປແລ້ວ ຄວາມຊື່ສັດຈື່ງມັກມາພ້ອມກັບໜ້າທີ່ຄວາມຮັບຜິດຊອບ ຫາກໃຜບໍ່ມີແມ້ແຕ່ຄວາມຊື່ສັດຄົນໆນັ້ນຕ້ອງລຳບາກໃນການໃຊ້ຊີວີດແນ່ນອນ
ຍາກທີ່ຈະຫາຄົນທີ່ຈິງໃຈກັບຕົນໄດ້ ຊີວິດພົບແຕ່ຫຼຸມ ແຕ່ບໍ່ ພົບພໍ້ແຕ່ອຸປະສັກ ມີຄວາມສຸກຊົ່ວຄາວເທົ່ານັ້ນ ສີ່ງເຫຼົ່ານັ້ນມັກຈະມາຈາກການກະທຳຂອງຕົນເອງທີ່ເຮັດກັບຄົນອື່ນໄວ້ກ່ອນ ພໍຜົນກະທຳສົ່ງຜົນອອກມາ ຈື່ງເຮັດໃຫ້ເຈັບປວດ ທຸກທໍລະມານພໍສົມຄວນ ເລີຍໄປເຖີງຂັ້ນຍາກທີ່ຊີວິດນີ້ຈະຈະເລີນ
ກ້າວໜ້າ
ເຮົາຄົງເຄີຍເຫັນຫຼາຍໆຄົນທີ່ບໍ່ມີຄວາມຊື່ສັດ ຕໍ່ພໍ່ແມ່ ພີ້ນ້ອງ ໝູ່ຄຸ່ ແມ້ກະທັງກັບຄົນຮັກ ຈະຕ້ອງໄດ້ພົບພໍ້ແຕ່ຄວາມທຸກ ມີຊີວິດຢູ່ດ້ວຍຄວາມວາດລະແວງ ພົບແຕ່ຄົນຂີ້ຕົວະ ລວງຫຼອກເຊັ່ນດຽວກັບຕົວເຂົາເຫັນຜີ
ເຊີ່ງກໍຕ່າງຈາກຄົນທີ່ຊື່ສັດ ໄປໃສມາໃສໃຜຕໍ່ໃຜກໍຕ່າງພາກັນຍົກຍ້ອງ ສັນລະເສີນ ໃຜຕໍ່ໃຜກໍເຊື່ອຖື ຮັກ ແລະ ອິນດູ ຜູ້ໃຫຍ່ຊ່ອຍເຫຼືອໃຫ້ຄວາ
ຢາກພົບຄົນທີ່ຈິງໃຈ ແຕ່ຕົວເອງເຮັດຄົນອື່ນໄວ້ໃນອາດີດມາຫຼາຍ ຕໍ່ໃຫ້ມີບຸນ ໄດ້ພົບຄົນດີຊ່ຳໃດ ບຸນບໍ່ເຖີງເຂົາ ແລະ ໝູ່ຄູ່ເພື່ອນຝູງ ພີ່ນ້ອງຄົນຮັກ ກໍບໍ່ຊ່ອຍເຫຼືອ ຊີວິດນີ້ກໍຍາກທີ່ຈະຈະເລີນກ້າວໜ້າ