ຄົ້ນພົບໃໝ່ທີ-ເຊວຕົວຂ້າມະເຮັງທຸກປະເພດຈະເລີ່ມນຳໃຊ້ຈີງຈັງທ້າຍປີນີ້ .

ຄົ້ນພົບໃໝ່ທີ-ເຊວຕົວຂ້າມະເຮັງທຸກປະເພດຈະເລີ່ມນຳໃຊ້ຈີງຈັງທ້າຍປີນີ້ .

ທີ່ຜ່ານມາຜູ້ໃດທີ່ເປັນມະເຮັງກໍ່ຕ້ອງທຳໃຈ ຫາກເງິນຫຼາຍກໍ່ສາມາດຮັກສາດ້ວຍເຄມີບຳບັດ ເພື່ອແກ່ຍາວເວລາໄປຫຼາຍປີ ແຕ່ຖ້າເງິນບໍ່ເຖິງ ກໍ່ຕ້ອງຮີບກິນຮີບໃຊ້ ແຕ່ອີກບໍ່ດົນຜູ້ປ່ວຍເປັນມະເຮັງກໍ່ຈະໄດ້ຮັບການຮັກສາໃຫ້ຫາຍຂາດໄດ້ ດ້ວຍທີ-ເຊວທີ່ຫາກໍ່ຄົ້ນພົບໃໝ່ໆໝາດໆ ເປີດເຜີຍເມື່ອວັນທີ 20 ມັງກອນ 2020 ນີ້ເອງ ເຫັນວ່າສາມາດທຳລາຍເຊວມະເຮັງທທຸກປະເພດ

ຄະນະທີ່ຄົ້ນພົບເຊວພູມຄຸ້ມກັນທີ່ສາມາດທຳລາຍມະເຮັງໄດ້ນີ້ແມ່ນ ທີມວິໄຈຈາກມະຫາວິທະຍາໄລຄາດິຟ ໜຶ່ງໃນ 5 ມະຫາວິທະຍາໄລແຖວໜ້າຂອງສະຫະລາຊະອານາຈັກອັງກິດ ທີ່ມີຜົນງານການຄົ້ນຄວ້າດີສຸດຍອດ ພົບໃນລະຫວ່າງທີ່ນັກວິໄຈກຳລັງວິເຄາະຫາເລືອດຈາກຄັງເລືອດ ເພື່ອຫາເຊວພູມຄຸ້ມກັນທີ່ສາມາດຕໍ່ສູ້ກັບແບັດທີເຣຍ ບັງເອີນໄດ້ພົບທີ-ເຊວ (T-cell) ຊະນິດໃໝ່ທີ່ບໍ່ເຄີຍພົບມາກ່ອນ

ທີ-ເຊວທີ່ວ່ານີ້ພົບວ່າສາມາດທຳລາຍເຊວມະເຮັງຫຼາຍຊະນິດໄດ້ ບໍ່ວ່າຈະເປັນມະເຮັງປອດ, ຜີວໜັງ, ມະເຮັງເມັດເລືອດ, ມະເຮັງລຳໄສ້ໃຫຍ່, ມະເຮັງເຕົ້ານົມ, ກະດູກ, ຕ່ອມລູກໝາກ, ຮັງໄຂ່ ແລະປາກມົດລູກ ທີ່ສຳຄັນຄືເຮັດໃຫ້ເນື້ອເຫຍື່ອປົກກະຕິບໍ່ຖືກສຳຜັດອີກດ້ວຍ

ຕາມຂໍ້ມູນເປີດເຜີຍອີກວ່າ ທຸກວັນນີ້ ມີການບຳບັດດ້ວຍເຊວພຸມຄຸ້ມກັນ ເພື່ອຕໍ່ສູ້ກັບມະເຮັງບາງປະເພດຢູ່ແລ້ວ ແຕ່ມັນຈະມີປະໂຫຍດພຽງມະເຮັງເມັດເລືອດຂາວບາງຊະນິດເທົ່ານັ້ນ ແຕ່ ທີ-ເຊວນີ້ເປັນເຊວດຽວທີ່ສາມາດຮັກສາມະເຮັງທຸກຊະນິດ ແລະຂ້າມກຸ່ມປະຊາກອນໄດ້

ແນວໃດກໍ່ດີ ຕອນນີ້ຍັງບໍ່ມີຂໍ້ມູນວ່າເຊວມະເຮັງຊະນິດນີ້ຫາຍາກ ຫຼື ອາດຈະຢູ່ໃນຜູ້ຄົນຈຳນວນຫຼາຍ ການຄົ້ນພົບຄັ້ງນີ້ຍັງຈະນຳໄປສູ່ການວາງແຜນໃນອະນາຄົດໄດ້ເຊັ່ນ: ມີຄວາມເປັນໄປໄດ້ທີ່ຈະສ້າງທະນາຄານເຊວພູມຄຸ້ມກັນທີ່ສາມາດນຳໄປໃຊ້ໄດ້ທັນທີ

ອີກຢ່າງງານວິໄຈຍັງເປັນຜົນການສຶກສາທີ່ທົດສອບໃນສັດ ແລະເຊວໃນຫ້ອງທົດລອງເທົ່ານັ້ນ, ສ່ວນການທົດລອງໃນກຸ່ມຜູ້ປ່ວຍໄລຍະສຸດທ້າຍອາດຈະເລີ່ມໄດ້ໃນປະມານເດືອນພະຈິກ 2020 ຖ້າການຮັກສາໃນຮູບແບບໃໝ່ປອດໄພ ນີ້ເຖິງຈະເປັນພຽງການເລີ່ມຕົ້ນແຕ່ກໍ່ໜ້າເຕັ້ນເຕັ້ນສຸດໆ

Tagged 

ຂ່າວທົ່ວໄປ