ຄົນທີ່ລວຍແທ້ ຄື ຄົນທີ່ລ້ຽງດູພໍ່ແມ່ໄດ້

ຄົນທີ່ລວຍແທ້ ຄື ຄົນທີ່ລ້ຽງດູພໍ່ແມ່ໄດ້

ສັງຄົມສະໄໝນີ້ມັກໂພສອອກສື່ທາງໂຊຊ້ຽວວ່າຕົວລ່ຳລວຍ ເຫັນບາງຄົນ ໂພສຮູບອວດຊີວິດຫລູດູດີ ສະໂລໄລ​ ໄປຫ້າງຫລູ ກິນຢູ່ແພງ ເຮັດທຸກຢ່າງເພື່ອໃຫ້ຄົນອື່ນຮູ້ວ່າມີ ບາງທີເຮົາກໍ່ບໍ່ຮູ້ດອກວ່າຄວາມຈິງເປັນແນວໃດ ອາດຈະລວຍແທ້ ຫລື ພຽງຢາກອວດເພື່ອປົກປິດຊີວິດທີ່ແທ້ຈິງ

ແຕ່ແທ້ຈິງແລ້ວ…!! ຄົນທີ່ລວຍແທ້ນັ້ນ ຄື ຄົນທີ່ສາມາດລ້ຽງເບິ່ງແຍງພໍ່ແມ່ໄດ້ຕ່າງຫາກ ຫາກລວຍຫລາຍພໍທີ່ຈະທຳໃຫ້ຊີວິດຕົວເອງດູດີໄດ້ ກໍ່ຢ່າລືມຕອບແທນບຸນຄຸນພໍ່ແມ່ ລ້ຽງເບິ່ງແຍງທ່ານໃຫ້ດີ ເຫມືອນທີ່ທ່ານລ້ຽງເຮົາມາ

ໃນມື້ທີ່ເຮົາຕື່ນລືມຕາຂຶ້ນມາເທິງໂລກ ໃນມື້ທີ່ເຮົາຫັດຍ່າງ ໃນມື້ທີ່ເຮົາເລີ້ມເຕິບໃຫຍ່ ໃນມື້ທີ່ເຮົາເຂົ້າໂຮງຮຽນ ແລະ ໃນມື້ທີ່ເຮົາເລີ້ມເປັນຜູ້ໃຫຍ່ ພໍ່ແມ່ຂອງເຮົານັ້ນຕ້ອງລຳບາກລ້ຽງເຮົາມາໂດຍຕລອດ

ມີຄຳເວົ້າທີ່ວ່າ… ພໍ່ແມ່ມີພະຄຸນເຫນືອກວ່າຂຸນເຂົາ ແມ້ຈະຍົກແບກໄວ້ເທິງໄຫລ່ຊ້າຍຂວາຕະຫລອດຊົ່ວອາຍຸໄຂເຮົາ ບຸນຄຸນນີ້ກໍ່ຍັງໄຊ້ກັນບໍ່ຫມົດ ຕອບແທນບຸນຄຸນພໍ່ແມ່ຖືເປັນບຸນທີ່ຍິ່ງໃຫຍ່

ເພາະສະນັ້ນເຮົາຕ້ອງລ້ຽງເບິ່ງແຍງທ່ານໃຫ້ດີ ຕ້ອງເບິ່ງແຍງທ່ານໃຫ້ມີຄວາມສຸກໃຫ້ຫລາຍໆໃນບັ້ນປາຍຊີວິດ ເຊື່ອບໍ່ວ່າ ຄົນທີ່ເຂົາຄອຍເບິ່ງແຍງພໍ່ແມ່ບໍ່ມີໃໃຜທີ່ຈະມີຊີວິດທີ່ຕົກຕ່ຳ ຄົນທີ່ເບິ່ງແຍງພໍ່ແມ່ນັ້ນຊີວິດຈະມີແຕ່ຄວາມສຸກຄວາມຈະເລິນເຂົ້າມາຢ່າງແນ່ນອນ

ເພາະເພື່ອນໝູ່ຄູ່ ຫລື ຄົນອ້ອມຂ້າງຫລາຍຄົນທີ່ເຫັນເຮົາໃຫ້ເງິນແມ່ທຸກເດືອນ ພາໄປໄຫວ້ພະ ຖວາຍສັງຄະທານສວດມົນ ກິນອາຫານດີໆ ພາໄປທ່ຽວຕາມໂອກາດອັນຄວນ ຊື້ຂອງໃຊ້ທີ່ຈຳເປັນໃຫ້ສະເໝີ ເຮັດໃຫ້ທ່ານບໍ່ລຳບາກ ຄອຍເບິ່ງແຍງທ່ານເວລາທ່ານບໍ່ສະບາຍ

ຄົນເຫລົ່ານັ້ນຈະເຫມືອນມີເທວະດາຄອຍປົກປ້ອງຄຸ້ມຄອງ ກາຍເປັນຄົນຄິດດີເວົ້າດີ ເຮັດດີ ແລະ ໃນທີ່ສຸດຜົນບຸນກໍ່ຈະດຶງດູດສິ່ງດີໆເຂົ້າມາຫາຕົວ ດຶງດູດຄົນດີໆເຂົ້າມາຫາຕົວ ຄົນທີ່ສີນສະເຫມີກັນກໍ່ຈະເຂົ້າກັນໄດ້ ຄົນທີ່ກະຕັນຍູຮູ້ຄຸນເຫມືອນກັນກໍ່ຈະເຂົ້າມາຫາເຮົາ ຄົນທີ່ບໍ່ຣູ້ຈັກຄຸນຄົນກໍ່ຈະຄ່ອຍໆຈາງຫາຍອອກໄປຈາກຊີວິດ

ເຮັດໃຫ້ຄົນລອບຕົວມີແຕ່ຄົນດີໆທີ່ມີສີນສະເໝີກັນ ຊີວິດມີແຕ່ສິ່ງດີໆ ໄດ້ຄູ່ຄອງສົມຖານະ ຖ້າປ່ຽນວຽກງານກໍ່ໄດ້ວຽກກັບບໍລິສັດໃຫຍ່ມີໂບນັດຢູ່ຕະຫລອດ ເພື່ອນຝູງເຈົ້ານາຍກໍ່ເອັນດູ ຄອຍຊ່ວຍເຫລືອທຸກຢ່າງ ຈື່ໄວ້ວ່າບໍ່ວ່າກັບໃຜ… ຫາກກະຕັນຍູຣູ້ຄຸນມັກຈະໄດ້ດີຈະເລິນກ້າວຫນ້າທຸກຄົນ

ຂ່າວທົ່ວໄປ