ຈຳຄຸກຕະຫລອດຊີວິດອະດີດລັດຖະມົນຕີສໍ້ລາດບັງຫລວງທີ່ຫວຽດນາມ

ຈຳຄຸກຕະຫລອດຊີວິດອະດີດລັດຖະມົນຕີສໍ້ລາດບັງຫລວງທີ່ຫວຽດນາມ

ເມື່ອວັນທີ 28 ທັນວາ 2019 ວ່າ ທ່ານ ຫງວຽນ ບັກ ເຊິນ ອະດີດລັດຖະມົນຕີກະຊວງຂໍ້ມູນຂ່າວສານ ແລະ ການສື່ສານຫວຽດນາມ ພ້ອມດ້ວຍທ່ານ ເຈືອງ ມິນ ຕ່ວນ ເຊິ່ງຂະນະນັ້ນດຳລົງຕຳແໜ່ງຮອງລັດຖະມົນຕີກະຊວງດັ່ງກ່າວ ຖືກຟ້ອງຮ້ອງໃນຂໍ້ຫາສໍ້ລາດບັງຫຼວງ ຮັບເງິນສິນບົນຈຳນວນ 3 ລ້ານກ່ວາໂດລາ ເພື່ອອະນຸມັດການຊື້ບໍລິສັດ ສະຖານີໂທລະພາບ ໃນປີ 2015 ເຊິ່ງເຮັດໃຫ້ບໍລິສັດໂທລະຄົມມະນາຄົມ ໂມບິໂຟນ (M

obifone)

ຂອງລັດຖະບານຫວຽດນາມເສຍຫາຍ ຕົກເປັນມູນຄ່າເທົ່າກັບ 383.83 ລ້ານໂດລາ ຊຶ່ງ​ເປັນ​ລາ​ຄາ​ທີ່​ປັບ​ຂຶ້ນ​ເກືອບສິບ​ເທົ່າ, ການພິຈາລະນາຄະດີຂອງບຸກຄົນທັງສອງ ທີ່ເປັນອະດີດສະມາຊິກຄະນະກຳມະການສູນກາງພັກຄອມມູນິດຫວຽດນາມ ໃນສານນະຄອນຫຼວງຮ່າໂນຍ ເປັນເວລາ 2 ອາທິດ ໄດ້ສິ້ນສຸດລົງເມື່ອວັນເສົາ 28 ທັນວາ ທີ່ຜ່ານມາ, ຜູ້ພິພາກສາກ່າວໃນລະຫວ່າງການອ່ານຄຳຕັດສິນຕອນໜຶ່ງວ່າ: ພຶດຕິກຳຂອງກຸ່ມຈຳເລີຍເຮັດໃຫ້ສັງຄົມເກີດແນວຄິດບໍ່ດີຕໍ່ພັກ-ລັດ ແລະ ສ້າງຄວາມເສຍຫາຍຢ່າງມະຫາສານ. ທ່ານ ຫງວຽນ ບັກ ເຊິນ ເຊິ່ງຕຳລົງຕຳແໜ່ງລັດຖະມົນຕີກະຊວງຂໍ້ມູນຂ່າວສານ ແລະ ການສື່ສານ ລະຫວ່າງປີ 2011-2016

ຄະດີນີ້ສຳນັກງານໄອຍະການໄດ້ສະເໜີໂທດປະຫານຊີວິດທ່ານ ຫງວຽນ ບັກ ເຊິນ ແຕ່ລອດຕາຍເພາະນຳເງິນທີ່ສໍ້ລາດບັງຫຼວງໄປມາຄືນແກ່ລັດ ເມື່ອວັນສຸກ 27 ທັນວາ ທີ່ຜ່ານມາ 1 ວັນກ່ອນທີ່ສານກຳນົດອ່ານຄຳຕັດສິນ. ເຊິ່ງທັງສອງຮັບເງິນສິນບົນຈາກທ່ານ ​ຟາມ ຫຍັດ ຫວູ ຜູ້ອຳນວຍການບໍລິສັດ TV audio visual global ທີ່ປະສົບພາວະຂາດທຶນ, ເຊິ່ງຕົກເປັນຈຳເລີຍຮ່ວມໃນຄະດີນີ້ດ້ວຍ ແລະ ຖືກສານຕັດສິນຕັດອິດສະຫຼະພາບ 3 ປີ, ສ່ວນຈຳເລີຍຮ່ວມໃນຄະດີອີກ 11 ຄົນ ໄດ້ຮັບໂທດຕັດອິດສະຫຼະພາບລະຫວ່າງ 2-23 ປີ. ວີດີໂອຈາກ: VTV24

ຂ່າວທົ່ວໄປ