ສຳລັບຕົວເລກຂອງຈຳນວນຄົນ ຈາກຄະນະກຳມະການສາທາລະນະສຸກແຫ່ງຊາດຈີນໃຫ້ຊາບວ່າ ນັບມາຮອດເວລາ 24 ໂມງຂອງວັນທີ 25 ມັງກອນນີ້ໄດ້ຮັບການລາຍງານຈາກ 30 ແຂວງ ເຂດປົກຄອງຕົນເອງ ກຳແພງນະຄອນ ກ່ຽວກັບຜູ້ເປັນພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ມີ 1975 ຄົນ ໃນນັ້ນຜູ້ມີອາການໜັກ 324 ຄົນ
ຜູ້ເສຍຊີວິດ 56 ຄົນ ປົວໃຫ້ຫາຍແລະອອກໂຮງໝໍ 49 ຄົນ ຜູ້ທີ່ຖືກສົງໄສຕິດພະຍາດ 2.684 ຄົນ ສະພາບພະຍາດຢູ່ຮົງກົງ ມາກາວແລະ ໄຕ້ຫວັນຄືດັ່ງນີ້ ເຂດບໍລິຫານພິເສດຮົງກົງ 5 ຄົນ ເຂດບໍລິຫານພິເສດມາກາວ 2 ຄົນ ແຂວງໄຕຫວັນ 3 ຄົນ
ນອກນີ້ ໄດ້ຮັບການລາຍງານຈາກຈາກຕ່າງປະເທດກ່ຽວກັບຜູ້ເປັນພະຍາດອັດເສບປອດຈາກເຊື້ອຈຸລະໂລກສາຍພັນຄື ໄທ 4 ຄົນ ຍີ່ປຸ່ນ 2 ຄົນ ສເກົາຫຼີ 2 ຄົນ ອາເມລິກາ 2 ຄົນ ຫວຽດນາມ 2 ຄົນ ສິງກະໂປ 3 ຄົນ ມາເລເຊຍ 3 ຄົນເນປານ 1 ຄົນ ຝຣັ່ງ 3 ຄົນ ອົດຕາລີ 1 ຄົນ
ໃນລະຫວ່າງທີ່ສະຖານະການກຳລັງສົນລະວົນກັບການລະບາດຢ່າງໄວວາຂອງໄວຣັສສາຍພັນໃໝ່ ຫຼາຍຄົນກຳລັງຕື່ນຕົກໃຈ ແຕ່ລັດຖະບານຈີນມີວິໄສທັດດີ ພະນັກງານຈຳນວນຫຼາຍຍັງທຸ່ນທ່ຽງຕໍ່ໜ້າວຽກ
ແລະເດີນໜ້າຄົ້ນຄວ້າຜະລິດວັກແຊງຮັກສາຍໄວຣັດຮ້າຍໂຄໂຣນາ ໄປຄຽງຄູ່ກັບຜູ້ທີ່ຢູ່ໂຮງໝໍຊ່ວຍຢື້ລົມຫາຍໃຈຂອງຜູ້ປ່ວຍ ຂະນະທີ່ຜູ້ປົວຫາຍລອດຊີວິດມາຮອດເວລານີ້ມີັທັງໝົດ 49 ລາຍ.
ປະມານ 1 ຊົ່ວໂມງກ່ອນໜ້ານີ້ ສຳນັກຂ່າວວິທະຍຸສາກົນແຫ່ງປະເທດຈີນ ໄດ້ລາຍງານໂດຍອ້າງອີງການໃຫ້ສຳພາດ ທ່ານຊີເວີນໂປ ຫົວໜ້າສະຖາບັນຄົ້ນຄວ້າເຊື້ອພະຍາດຂອງສູນຄວບຄຸມພະຍາດຈີນໃນເຊົ້າມື້ນີ້ແຈ້ງວ່າ ປັດຈຸບັນ ສູນກາງດັ່ງກ່າວໄດ້ເລີ່ມດຳເນີນການຄົ້ນຄວ້າວັກແຊງເຊື້ອຈຸລະໂລກສາຍພັນໃໝ່ ແລະໄດ້ແຍກຕົວເຊື້ອພະຍາດອອກຢ່າງສຳເລັດຜົນ
ພວມຢູ່ໃນລະຫວ່າງຄັດເລືອກຕົວເຊື້ອພະຍາດ ໃນລະຫວ່າງທີ່ທາງປະເທດໃນຕາເວັນຕົກຈ່າວຈະອົບພະຍົບດ່ວນບັນດານັກການທູດກັບຄືນປະເທດ ຈີນກໍ່ມີຂ່າວດີມາບອກ ຕອນນີ້ທີມແພດຈີນສາມາດປິ່ວປົວຄົນເຈັບໃຫ້ຫາຍດີແລ້ວເປັນລາຍທຳອິດ
ຄະນະກຳມະການສຸຂະພາບຊຽງໄຮ້ລາຍງານວ່າສາມາດປິ່ວປົວຜູ້ປ່ວຍໄວຣັສສາຍພັນໃໝ່ ຫຼື ທີ່ເອີ້ນກັນວ່າໄວຣັສອູຮ່ານຫາຍຂາດ ແລະ ອະນຸຍາດໃຫ້ກັບບ້ານໄດ້ແລ້ວ ຜູ້ປ່ວຍລາຍນີ້ເປັນແມ່ຍິງໃນໄວ 56 ປີ ຊື່ ເສີນ ໄດ້ອາໄສຢູ່ອູຮ່ານ ຈຸດສູນກາງການກຳເນີດຂອງພະຍາດໄວຣັສໂຄໂຣນ່າ
ຈົນຕິດເຊື້ອຈິ່ງໄດ້ນຳມາປິ່ວປົວ ເນື່ອງຈາກເພິ່ນມີອາການເປັນໄຂ້ ອ່ອນແຮງມາແຕ່ວັນທີ 10 ມັງກອນ 2020 ແລະຖືກສົ່ງມາຍັງນະຄອນຊຽງໄຮ້ຂອງ ສປ ຈີນ ໃນວັນທີ 12 ມັງກອນ ກໍ່ຄືສອງວັນຫຼັງຕິດເຊື້ອພະຍາດຊະນິດນີ້