ເມື່ອທ້າຍເດືອນຜ່ານມາ ນ້ອງຈຽບ ມະນີພອນ ສິງຫາໄຊຍະແສງ ນາງສາວຂວັນໃຈມະຫາຊົນ ແລະ ນາງສາວໜ້າອ່ອນກວ່າໄວ ເວທີປະກວດນາງສາວລາວ2019 ໄດ້ໄປບໍລິຈາກເຄື່ອງໃຫ້ນ້ອງນ້ອຍນັກຮຽນທີ່ເຂດຫ່າງໄກ ຂອງເມືອງໄຊ ແຂວງອຸດົມໄຊ.
ຈຽບ ມະນີພອນ ສິງຫາໄຊຍະແສງ ຕົວແທນຈາກແຂວງອຸດົມໄຊ ຄວ້າ2ລາງວັນໃນເວທີປະວກດນາງສາວລາວ2019 ຮອບສຸດທ້າຍທີ່ມີຂຶ້ນເມື່ອວັນທີ 7 ທັນວາຜ່ານມາປະກອບດ້ວຍລາງວັນ ນາງສາວໜ້າອ່ອນກວ່າໄວ ແລະ ລາງວັນນາງສາວຂວັນໃຈມະຫາຊົນ
ຈຽບ ມະນີພອນ ສິງຫາໄຊຍະແສງ Jieb Singhaxaiyaseng ອາຍຸ 24ປີ ສູງ165ຊັງຕີແມັດ ສັດສ່ວນ 31-23-35
ປັດຈຸບັນເຮັດວຽກຢູ່ບໍລິສັດ ສະຕ້າໂທລະຄົມ