ມີຊາຍໄວ 21 ປີຄົນໜຶ່ງທີ່ປະສົບອຸບັດຕິເຫດ ເຮັດໃຫ້ສະໝອງຕາຍຢູ່ໄປກໍ່ລຳບາກຈິ່ງບໍລິຈາກອະໄວຍະໄວໃຫ້ກັບ 5 ຄົນທີ່ກຳລັງທຸກທໍລະມານ ຍ້ອນອະໄວຍະວະເຫຼົ່ານັ້ນໃຊ້ງານບໍ່ໄດ້ແລ້ວໃຫ້ພວກເຂົາກັບມາມີລົມຫາຍໃຈມີຊີວິດໃໝ່ອີກຄັ້ງ
ໃນນັ້ນໜຸ່ມແບັງ ຊາວໄທທີ່ແຂວງເພັດສະບຸນ ໄດ້ບໍລິຈາກດວງຕາທັງສອງໜ່ວຍ, ໝາກໄຂ່ຫຼັງທັງສອງຂ້າງໃຫ້ແກ່ບຸກຄົນອື່ນທີ່ກຳລັງມີບັນຫາສຸຂະພາບດັ່ງກ່າວ ໄດ້ມີຊີວິດຢູ່ສືບຕໍ່ໄປ.
ທັ້ງນີ້ມີລາຍງານວ່າ: ໜຸ່ມຄົນດັ່ງກ່າວໄດ້ປະສົບອຸບັດຕິເຫດທາງລົດຈັກ ເມື່ອວັນທີ 3 ມີນາ ຜ່ານມາ ໝໍກວດສອບແລ້ວຢືນຢັນວ່າຜູ້ກ່ຽວມີພາວະສະໝອງຕາຍແລ້ວ ບັນດາແພດໝໍກໍ່ແນະນຳໃຫ້ບໍລິຈາກອະໄວຍະວະອື່ນໄປຊ່ວຍຜູ້ປ່ວຍລາຍໃໝ່ ເຊິ່ງພໍດີກົງກັບຈຸດປະສົງຂອງຜູ້ຕາຍທີ່ສັ່ງກັບພໍ່ແມ່ໄວ້ວ່າຖ້າເຫັນຫຍັງໄປໃຫ້ບໍລິສັດອະໄວຍະວະໄປຊ່ວຍຊີວິດຄົນອື່ນ.
ທ່ານ ທະນົງ ໄວ 44 ປີ ພໍ່ຂອງຜູ້ຕາຍໄດ້ກ່າວວ່າ: ທຳອິດປູ່ຍ່າບໍ່ຍອມເລີຍ ແຕ່ເຫັນວ່ານັ້ນເປັນຈຸດປະສົງຂອງລູກ ຕົນຈິ່ງເກ້ຍກ່ອມສອງວັນ ແລະເພິ່ນຕົກລົງຈິ່ງແຈ້ງໝໍທຳການຜ່າຕັດຕາມຈຸດປະສົງ
ແລະການບໍລິຈາກຄັ້ງນີ້ຈະເປັນບຸນກຸສົນຫຼາຍ ຫາກດວງວິນຍານຂອງລູກຊາຍຮັບຮູ້ເຂົາກໍ່ຕ້ອງມີຄວາມພາກພູມໃຈທີ່ສຸດເຖິງແມ່ນຈະບໍ່ມີຊີວິດຢູ່ແລ້ວກໍ່ຕາມແຕ່ອະໄວຍະວະຕ່າງໆຍັງສາມາດຊ່ວຍຊີວິດຄົນອື່ນໄດ້ອີກຫຼາຍຄົນ