ຕົຍົນໂບອິ້ງປະຈຳຊາດຢູເຄນຕົກມີຜູ້ເສຍຊີວິດ 176 ຄົນ

ຕົຍົນໂບອິ້ງປະຈຳຊາດຢູເຄນຕົກມີຜູ້ເສຍຊີວິດ 176 ຄົນ

ໃນວັນທີ 8 ມັງກອນ 2020 ສຳນັກຂ່າວຕ່າງປະເທດ ລາຍງານເກີດເຫດຍົນໂບອິ້ງ 737-800 ຖ້ຽວບິນ PS 752 ສາຍການບິນປະຈຳຊາດ ຢູເຄນ ທີ່ຊື່: ຢູເຄນ ອິນເຕີເນຊັນແນລ ແອລາຍ ໄດ້ຕົກ ໃກ້ກຸງເຄຫະຣານ ປະເທດ ອີຣານ ມີຜູ້ເສຍຊີວິດ 176 ຄົນ

ໃນນັ້ນ: ຜູ້ໂດຍສານ 167 ຄົນ ແລະ ກັບຕັນພ້ອມລູກເຮືອ ອີກ 9 ຄົນ. ຍົນຄັນດັ່ງກ່າວແມ່ນກຳລັງຈະມຸ້ງໜ້າໄປກຸງຄຽຟ ເມືອງຫຼວງຢູເຄນ ທີ່ບິນຂຶ້ນໃນລະດັບຄວາມສູງ 2,4 ກິໂລແມັດ ໄດ້ຫາຍໄປຈາກຈໍເລດ້າໄປ 3 ນາທີ

ຈາກນັ້ນກໍ່ໄດ້ພົບຂ່າວຮ້າຍວ່າຍົນດັ່ງກ່າວໄດ້ຕົກ ແລະ ພ້ອມທຸຸກຄົນພາຍໃນຍົນໄດ້ເສຍຊີວິດໝົດ. ສ່ວນລາຍລະອຽດຄວາມຄືບໜ້າ ແລະ ສາເຫດທີ່ພາໃຫ້ຍົນຕົກນັ້ນ ເປັນແນວໃດພວກເຮົາຈະມາລາຍງານໃຫ້ຮັບຊາບອີກພາຍຫຼັງ. ຂໍສະແດງຄວາມເສຍໃຈກັບຄອບຄົວຜູ້ເສຍຊີວິດ ແລະ ລັດຖະບານຢູເຄນກັບເຫດຄັ້ງນີ້ດ້ວຍ

ຂ່າວທົ່ວໄປ