ດ່ວນ!ພົບຜູ້ຕ້ອງສົງໃສ 1 ຄົນຢູ່ແຂວງສະຫວັນນະເຂດຫຼັງຈາກເດີນທາງຂ້າມມາຈາກປະເທດໄທ
ດ່ວນ! ແຂວງສະຫວັນນະເຂດພົບຜູ້ຕ້ອງສົງໃສ 1 ຄົນ ແຕ່ຢືນຢັນເຂັ້ມງວດກວດກາຄົນເຂົ້າ-ອອກຢູ່ດ່ານເພື່ອຕ້ານການລະບາດໂຄວິດ…..ຂປລ. ວັນທີ 17 ມີນາ 2020 ແຂວງສະຫລວັນນະເຂດຢືນຢັນຍັງເປີດໃຫ້ບໍລິການ ແລະ ບໍ່ໄດ້ປິດດ່ານສາກົນມິດຕະພາບລາວ-ໄທແຫ່ງທີ 2 ເຖີງແມ່ນວ່າມີການລະບາດພະຍາດອັກເສບປອດໂຄວິດ-19 ໃນປະເທດໄກ້ຄຽງ ປັດຈຸບັນໄດ້ເພີ່ມມາດຕະການເຄັ່ງຂຶ້ນຫລາຍເທົ່າຢູ່ຂົວມິດຕະພາບລາວ-ໄທແຫ່ງທີ 2 ດ້ວຍການໃຊ້ອຸປະກອນເທີໂມ ແລະ ເຄື່ອງອິນພາເລສວັດກວດກາອຸນະພູມຮ່າງກາຍຂອງແຕ່ລະຄົນເຂົ້າອອກດ່ານ ພາຍຫລັງບັນດາປະເທດເພື່ອນມີການລະບາດພະຍາດອັກເສບປອດໂຄວິດ-19 ໂດຍສະເພາະປະເທດໄທມີຜູ້ຕິດເຊື້ອເພີ່ມຂຶ້ນ 147 ຄົນ, ເສຍຊີວິດ 1 ຄົນ; ຫວຽດນາມມີຜູ້ຕິດເຊື້ອ 61 ຄົນ. ທ່ານ ວິໄລສັກ ພັນທະວົງ ຮອງຫົວຫນ້າດ່ານສາກົນຂົວມິດຕະພາບລາວ-ໄທແຫ່ງທີ 2 ໃຫ້ສໍາພາດນັກຂ່າວສໍານັກຂ່າວສານປະເທດລາວໃນວັນທີ 17 ມີນາ 2020 ນີ້ວ່າ: ນັບແຕ່ມີການລະບາດພະຍາດໂຄວິດໃນປະເທດໄກ້ຄຽງ ແລະ ຕ່າງປະເທດນັ້ນ, ພວກເຮົາບໍ່ໄດ້ຖືເບົາ ແລະ ໄດ້ປະສານສົມທົບຮ່ວມກັບຫນ່ວຍງານກ່ຽວຂ້ອງຜັດປ່ຽນເຮັດວຽກ ແລະ ກວດກາຄົນເຂົ້າ-ອອກຢ່າງເຄັ່ງຄັດເປັນຕົ້ນແມ່ນກວດກາລົດອອກເຂົ້າ, ກວກກາເປັນລາຍບຸກຄົນ ແລະ ອື່ນໆ ປັດຈຸບັນມີຄົນລາວ ແລະ ຕ່າງປະເທດເຂົ້າອອກຜ່ານດ່ານປະມານ 1.500 ຄົນຕໍ່ມື້ ສ່ວນໃຫຍ່ແມ່ນຄົນໄທ ຖ້າທຽບກັບເມື່ອກ່ອນຍັງບໍ່ມີການລະບາດພະຍາດໃນຕ່າງປະເທດມີຄົນເຂົ້າອອກປະມານ 3.000 ຄົນຕໍ່ມື້ຢູ່ດ່ານຂອງພວກເຮົາ. ທ່ານ ຖາວອນ ທຸມມະສອນ ເຈົ້າຫນ້າທີ່ສະເພາະກິດເປີດເຜີຍວ່າພວກເຮົາໄດ້ເຮັດວຽກຫນັກ ແລະ ໄດ້ມີການຜັດປ່ຽນກັນເວນຍາມຢ່າງເຄັ່ງຄັດໂດຍແຕ່ລະມື້ສາມາດກວດຄົນເຂົ້າອອກປະມານ 1.500 ຄົນຕໍ່ມື້. ຫລ້າສຸດເວລາ 7:00 ນາທີຕອນເຊົ້າຂອງວັນທີ 17 ມີນາ 2020 ພົບຜູ້ຕ້ອງສົງໃສເປັນຄົນລາວເພດຍິງອາຍຸ 28 ປີ ເດີນທາງມາຈາກໄທຜ່ານດ່ານສາກົນຂົວມິດຕະພາບລາວ-ໄທແຫ່ງທີ 2 ມີອາການເປັນໄຂ້ໂດຍຜ່ານການກວດກາມີອຸນະພູມ 38.5 ອົງສາ ເຊິ່ງໄດ້ສົ່ງຜູ້ກ່ຽວໄປຈຸດຄວບຄຸມເພື່ອລໍຖ້າຟັງຜົນກວດຢ່າງລະອຽດ.ປັດຈຸບັນ ພວກເຮົາມີເຈົ້າຫນ້າທີ່ແພດປະຈໍາດ່ານ 2 ຄົນ, ມີອຸປະກອນອິນພາເລສເຄື່ອງວັດອຸນະພູມ 3 ເຄື່ອງ ແຕ່ຕ້ອງການຢາກໄດ້ເພີ່ມ 2 ເຄື່ອງ. ພາບ-ຂ່າວ: ເກີດຂວັນໃຈ ມາລີຈັນສີ
Posted by ປະເທດລາວ Pathedlao on Monday, March 16, 2020
ຂປລ. ວັນທີ 17 ມີນາ 2020 ແຂວງສະຫລວັນນະເຂດຢືນຢັນຍັງເປີດໃຫ້ບໍລິການ ແລະ ບໍ່ໄດ້ປິດດ່ານສາກົນມິດຕະພາບລາວ-ໄທແຫ່ງທີ 2 ເຖີງແມ່ນວ່າມີການລະບາດພະຍາດອັກເສບປອດໂຄວິດ-19 ໃນປະເທດໄກ້ຄຽງ ປັດຈຸບັນໄດ້ເພີ່ມມາດຕະການເຄັ່ງຂຶ້ນຫລາຍເທົ່າຢູ່ຂົວມິດຕະພາບລາວ-ໄທແຫ່ງທີ 2 ດ້ວຍການໃຊ້ອຸປະກອນເທີໂມ ແລະ ເຄື່ອງອິນພາເລສວັດກວດກາອຸນະພູມຮ່າງກາຍຂອງແຕ່ລະຄົນເຂົ້າອອກດ່ານ ພາຍຫລັງບັນດາປະເທດເພື່ອນມີການລະບາດພະຍາດອັກເສບປອດໂຄວິດ-19 ໂດຍສະເພາະປະເທດໄທມີຜູ້ຕິດເຊື້ອເພີ່ມຂຶ້ນ 147 ຄົນ, ເສຍຊີວິດ 1 ຄົນ; ຫວຽດນາມມີຜູ້ຕິດເຊື້ອ 61 ຄົນ.
ພາບປະກອບຂ່າວ
ທ່ານ ວິໄລສັກ ພັນທະວົງ ຮອງຫົວຫນ້າດ່ານສາກົນຂົວມິດຕະພາບລາວ-ໄທແຫ່ງທີ 2 ໃຫ້ສໍາພາດນັກຂ່າວສໍານັກຂ່າວສານປະເທດລາວໃນວັນທີ 17 ມີນາ 2020 ນີ້ວ່າ: ນັບແຕ່ມີການລະບາດພະຍາດໂຄວິດໃນປະເທດໄກ້ຄຽງ ແລະ ຕ່າງປະເທດນັ້ນ, ພວກເຮົາບໍ່ໄດ້ຖືເບົາ ແລະ ໄດ້ປະສານສົມທົບຮ່ວມກັບຫນ່ວຍງານກ່ຽວຂ້ອງຜັດປ່ຽນເຮັດວຽກ ແລະ ກວດກາຄົນເຂົ້າ-ອອກຢ່າງເຄັ່ງຄັດເປັນຕົ້ນແມ່ນກວດກາລົດອອກເຂົ້າ, ກວກກາເປັນລາຍບຸກຄົນ ແລະ ອື່ນໆ ປັດຈຸບັນມີຄົນລາວ ແລະ ຕ່າງປະເທດເຂົ້າອອກຜ່ານດ່ານປະມານ 1.500 ຄົນຕໍ່ມື້ ສ່ວນໃຫຍ່ແມ່ນຄົນໄທ ຖ້າທຽບກັບເມື່ອກ່ອນຍັງບໍ່ມີການລະບາດພະຍາດໃນຕ່າງປະເທດມີຄົນເຂົ້າອອກປະມານ 3.000 ຄົນຕໍ່ມື້ຢູ່ດ່ານຂອງພວກເຮົາ.
ພາບປະກອບຂ່າວ
ທ່ານ ຖາວອນ ທຸມມະສອນ ເຈົ້າຫນ້າທີ່ສະເພາະກິດເປີດເຜີຍວ່າພວກເຮົາໄດ້ເຮັດວຽກຫນັກ ແລະ ໄດ້ມີການຜັດປ່ຽນກັນເວນຍາມຢ່າງເຄັ່ງຄັດໂດຍແຕ່ລະມື້ສາມາດກວດຄົນເຂົ້າອອກປະມານ 1.500 ຄົນຕໍ່ມື້. ຫລ້າສຸດເວລາ 7:00 ນາທີຕອນເຊົ້າຂອງວັນທີ 17 ມີນາ 2020 ພົບຜູ້ຕ້ອງສົງໃສເປັນຄົນລາວເພດຍິງອາຍຸ 28 ປີ ເດີນທາງມາຈາກໄທຜ່ານດ່ານສາກົນຂົວມິດຕະພາບລາວ-ໄທແຫ່ງທີ 2 ມີອາການເປັນໄຂ້ໂດຍຜ່ານການກວດກາມີອຸນະພູມ 38.5 ອົງສາ ເຊິ່ງໄດ້ສົ່ງຜູ້ກ່ຽວໄປຈຸດຄວບຄຸມເພື່ອລໍຖ້າຟັງຜົນກວດຢ່າງລະອຽດ.
ພາບປະກອບຂ່າວ
ປັດຈຸບັນ ພວກເຮົາມີເຈົ້າຫນ້າທີ່ແພດປະຈໍາດ່ານ 2 ຄົນ ມີອຸປະກອນອິນພາເລສເຄື່ອງວັດອຸນະພູມ 3 ເຄື່ອງ ແຕ່ຕ້ອງການຢາກໄດ້ເພີ່ມ 2 ເຄື່ອງ.
ພາບປະກອບຂ່າວ