ຈາກການເລົ່າຂອງພໍ່ເຖົ້າແສນຫລວງ ຕອນນັ້ນເພິ່ນອາຍຸ 8-9 ປີ ເພິ່ນແມ່ນອົບພະຍົກມາແຕ່ຫົວພັນທັງຫົກທັງຫ້າ ( ຊຳເໜືອ ) ພ້ອມພໍ່ແມ່ ຍາດຕິພີ່ນ້ອງ ເພື່ອຫນີຈາກສົງຄາມ ແລະໄດ້ມີພົບດິນແດນ ແຖວກາສີປັດຈຸບັນນີ້ ທີ່ອຸດົມສົມບູນ ໄປດ້ວຍ ປູປານານ້ຳ ມີທົ່ງກວ້າງໃຫ້ປູກເຂົ້າ ມີສາຍນ້ຳທີໃສສະອາດ ເມື່ອຮອດປາຂຶ້ນ ປາເຫລົ່ານັ້ນຈະຫລາຍເປັນພິເສດ ຈົນເຕັ້ນອອກຈາກນ້ຳມາເທິງບົກ
ຈາກການເລົ່າຂອງພໍ່ເຖົ້າແສນຫລວງ ຕອນນັ້ນເພິ່ນອາຍຸ 8-9 ປີ ເພິ່ນແມ່ນອົບພະຍົກມາແຕ່ຫົວພັນທັງຫົກທັງຫ້າ ( ຊຳເໜືອ ) ພ້ອມພໍ່ແມ່ ຍາດຕິພີ່ນ້ອງ ເພື່ອຫນີຈາກສົງຄາມ ແລະໄດ້ມີພົບດິນແດນ ແຖວກາສີປັດຈຸບັນນີ້ ທີ່ອຸດົມສົມບູນ ໄປດ້ວຍ ປູປານານ້ຳ ມີທົ່ງກວ້າງໃຫ້ປູກເຂົ້າ ມີສາຍນ້ຳທີໃສສະອາດ ເມື່ອຮອດປາຂຶ້ນ ປາເຫລົ່ານັ້ນຈະຫລາຍເປັນພິເສດ ຈົນເຕັ້ນອອກຈາກນ້ຳມາເທິງບົກ
ເມືອງກາສີ ໃນເມື່ອກ່ອນນັ້ນມີ 2 ບ້ານເທົ່ານັ້ນຄື :
– ທາງທິດເຫນຶອ ແມ່ນບ້ານເມືອງປອງ.
– ທາງທິດໃຕ້ ແມ່ນບ້ານເມືອງເຄິງ.
ບ້ານຕ່າງໆໃນເມື່ອກ່ອນ ທີ່ເຄີຍມີວັດມີສິມ ເຊິ່ງມີຄື ເຂດບ້ານເມືອງປອງ ( ປັດຈຸບັນນີ້ເອີ້ນວ່າບ້ານໂພນສະອາດ ) = ນາບົວ , ນາແທ່ນ , ນາພາ , ບ້ານຈຽງ, … ສ່ວນບ້ານເມືອງເຄິງ ຈະມີວັດມີສິມ ຄື ບ້ານນາພາ ເຊິ່ງເປັນເຂດບ້ານເຫນືອສຸດຂອງເມືອງກາສີ ໃນເສັ້ນທາງເລກທີ 13 ເຫນືອ. ເມື່ອກ່ອນນັ້ນເມືອງກາສີຈະມີຜູ້ຄົນຈາກຫລາຍໆເຜົ່າມາຢູ່ອາໄສ ເຊັ່ນ : ໄທເຫນືອ ພວນ ໄທແອັດ ໄທດຳ ໄທແດງ ເປັນຕົ້ນ. ຄົນໄທເຫນືອ ຢູ່ໃນເມືອງກາສີໃນເມື່ອກ່ອນນັ້ນ ຈະອາໄສຢູ່ບ້ານ : ບ້ານນາຄຳ , ບ້ານໄຮ່, ບ້ານສົບກວນ , ບ້ານປົ່ງຫລັກ , ບ້ານນາມົນໃຫຍ່ , ບ້ານໄຮ່ຢ່ອງ ( ປັດຈຸບັນເອິ້ນວ່າ ບ້ານວຽງແກ້ວ )
ບ້ານໄທພວນ ທີ່ຄົນພວນຢູ່ອາໄສ ປະກອບດ້ວຍບ້ານຕ່າງໆ ຄື : ບ້ານນາພາ , ບ້ານບົວ , ບ້ານນາໂຫ່ງ , ບ້ານຫ້ວຍພວນ , ບ້ານນາຊາຍຂາວ…) ບ້ານປ່າຂັດ ເມື່ອກ່ອນນັນ ເປັນບ້ານຂອງຄົນຂະມຸ. ບ້ານຄົນໄທແອັດ ປະກອບດ້ວຍບ້ານຕ່າງໆຄື : ບ້ານຖ້ຳແກ້ວ, ບ້ານບວກ, ບ້ານຈຽງ , ບ້ານຊ່າງ…
ທີ່ມາຂອງຄຳວ່າ ກາສີ ແມ່ນມາຈາກການເລົ່າເຊິ່ງກ່ຽວພັນກັບນິທານເລື່ອງ ຂຸນລາງນາງອົ້ວ ເຊິ່ງນາງອົ້ວນັ້ນ ແມ່ນນາງໄດ້ແຂວນຄໍຕາຍ ຢູ່ກ້ອງກົກຈວງຈັນ ໃນທົ່ງນາສາງລິ້ງ ( ທົ່ງນາຊິ້ງລິ້ງ ) ເພາະນາງບໍ່ຢາກແຕ່ງດອງກັບຂຸນລາງ ເຊິ່ງນາງບໍ່ມັກ ແຕ່ເປັນການບັງຄັບແລະເປັນຄຳປະສົງຂອງຜູ້ເປັນມານດາ ເມື່ອນາງອົ້ວໄດ້ແຂວນຄໍຕາຍແລ້ວ ຍາດພິນ້ອງກໍ່ອອກຕາມຫາ ແຕ່ບໍ່ພົບເຫັນເລີຍ ຈົນມີກາ 2 ໂຕ ( ຜົວເມຍ ) ແມ່ນໄດ້ບິນມາບອກຂ່າວການຕາຍ ໃຫ້ຄອບຄົວນາງອົ້ວໄດ້ຮັບຊາບ ທີ່ບ້ານເມືອງປອງ ບ້ານເຮືອນຂອງນາງອົ້ວ ກາທັງ 2 ຕົວພະຍາຍາມສ້າງຄວາມສົນໃຈໃຫ້ຊາວບ້ານແຖວນັ້ນຊາບໂດຍການເອົາປາກສີໃສ່ກົກໄມ້ ຢູ່ຕະຫລອດເວລາ ຈຶ່ງເປັນທີມາຂອງວ່າ ກາສີ ຫລືວ່າ ກາສີສົບ ຫລື ກາສີປາກ ນັ້ນແລ.
ເມືອງກາສີ ເປັນເມືອງເກົ່າແກ່ເຫີງນານມາແຕ່ດຶກດຳບັນ ເຊິ່ງມັນພົວພັນເຖິງປະຫວັດສາດ, ປະຊາຊາດສາມັກຄີ ມີພື້ນທີ່ສີຂຽວ, ທ່ອງທ່ຽວປອດໄພ ຍອດລີກໃສ, ນໍ້າໃຈກ້ວາງຂວາງ ແລະ ພ້ອມກັນນັ້ນຍັງມີຄົນເລົ່າຂານກັນວ່າ: ເປັນເມືອງພົວພັນເຖິງນິທານພື້ນເມືອງລາວ “ ເລື່ອງຂຸນລູ, ຂຸນລາງ ແລະ ນາງອົ້ວ ” ເຊິ່ງເປັນນິທານອັນເກົ່າແກ່ຂອງລາວເຮົານິທານໜຶ່ງ, ໂດຍມີຮ່ອງຮອຍພົວພັນປະຫວັດສາດ, ວັດຖຸເກົ່າແກ່ ແລະ ແມ່ນໍ້າລໍາເຊປະໄວ້ຫຼາຍບ່ອນເຊັ່ນ: ເມືອງປອງ, ເມືອງເຄິ່ງ, ນະຄອນກາຍ, ບ້ານນາມອນ ແລະ ຜາຄອນ, ຜາໂກຍ, ຜາເຈົ້າ, ນໍ້າລີກ, ນໍ້າຄັດ, ຫ້ວຍເຂົາຄວາຍ, ນໍ້າແຄງ, ນໍ້າກາຍ ແລະ ອື່ນໆ, ສະຖານທີ່ດັ່ງກ່າວເຖິງຈະມີປ່າໄມ້ປົກຫຸ້ມ, ພູຜາ, ຫ້ວຍຮ່ອງເປັນບ້ານນ້ອຍ, ບ້ານໃຫຍ່ໄປແລ້ວກໍ່ຕາມແຕ່ກໍຍັງມີຮ່ອງຮອຍປະຫວັດສາດປະໄວ້ໃຫ້ເຫັນເຖິງປະຈຸບັນເຊັ່ນ: ນໍ້າສ້າງເລິກກໍ່ດ້ວຍດິນຈີ່ກ້ອນໃຫຍ່ບ້ານໂພນສະຫວາດ, ສິມສັກສິດຢູ່ປາກນໍ້າຫາດບ້ານໂພນທ່ຽງ, ຮອຍຂຸນຄອງອ້ອມຕີນພູວຽງ ບ້ານນາມົນ, ເຂົາຄວາຍກາຍເປັນຫີນ ຢູ່ຫ້ວຍເຂົາຄວາຍ, ຖໍ້າຂຸນລາງ, ຖໍ້ານາງນອນ ແລະ ບ່ອນສັກສິດອີກຫຼາຍແຫ່ງ.
ເມືອງກາສີນອກຈາກມີປະຫວັດທີ່ຕິດພັນກັບນິທານ “ ເລື່ອງຂຸນລູ, ຂຸນລາງ ແລະ ນາງອົ້ວ ” ລາຊິນີແຫ່ງຄວາມງາມທັງມີຈິດໃຈຂາວສະອາດຊື່ສັດບໍລິສຸດ, ມີມາລະຍາດສະຄ່ຽມຄົມຮຽບຮ້ອຍ ຕໍ່ຄວາມຫວັງຄວາມປາດຖຸະໜາທຸກປະການ, ພ້ອມນັ້ນກໍ່ຍັງພົວພັນເຖິງປະຫວັດສາດ, ພົງສາວະດານ ລາວ, ໃນສະໄໝລາຊະອານາຈັກລ້ານຊ້າງແບ່ງອອກເປັນ 3 ເອກະລາດເຊັ່ນ: ອານາຈັກລ້ານຊ້າງຫຼວງພະບາງ, ອານາຈັກລ້ານຊ້າງວຽງຈັນ ແລະ ອານາຈັກລ້ານຊ້າງຈໍາປາສັກ, ເຊິ່ງມີຕອນໜຶ່ງພົງສາວະດານ ໄດ້ກ່າວໄວ້ວ່າ: ກອງທັບເຈົ້າກິ່ງກິດສະຣາດ ແລະ ເຈົ້າອິນທະໂສມໄດ້ຕີກອງທັບເຈົ້າອົງເວ້ແຕກຢູ່ເມືອງ ກາສີ ນັ້ນສະແດງວ່າເມືອງກາສີໄດ້ຕັ້ງຂຶ້ນກ່ອນລາຊະການຂອງເຈົ້າໄຊອົງເວ້.
ປະຊາຊົນອາໄສຢູ່ເມືອງກາສີນີ້ກ່ອນໝູ່ໝົດແມ່ນອົບພະຍົບມາແຕ່ຈັງຫວັດຊຽງໄໝ່ ແລະ ແຕ່ລະແຂວງພາກເໜືອຂອງລາວມາຕັ້ງຖິ່ນຖານຢູ່ບ້ານ ນາຂິງຊົນເຜົ່າກຶມມຸ, ຊົນເຜົ່າລາວລຸ່ມ ຢູ່ບ້ານ ຫ້ວຍພວນ, ບ້ານໂພນ ແລະ ບ້ານລຸ່ມ ເຊິ່ງລວມທັງ 3 ບ້ານນີ້ເອີ້ນວ່າບ້ານນາແທ່ນໃນປະຈຸບັນ, ພ້ອມ ນັ້ນກໍ່ຍັງມີບ້ານນາຊ້າງ, ບ້ານໄຮ່ຍ່ອງ, ບ້ານນາຫົງ, ບ້ານໄຮ່, ບ້ານນາສະຂາວ, ບ້ານນາມີ່, ບ້ານນາຂົມ, ບ້ານເມືອງປອງ, ບ້ານນາໂຫ້ງ, ບ້ານບວກຖໍ້າແກ້ວ, ບ້ານນາມົນ, ບ້ານເມືອງເຄິ່ງ, ບ້ານນາມອນ, ບ້ານຈຽງ ແລະ ບ້ານປຸ່ງຫຼັກ, ຫຼັງຈາກນັ້ນກໍ່ຍັງມີປະຊາຊົນອົບພະຍົບມາຈາກຖິ່ນອື່ນໆມາຢູ່ຫຼາຍຂຶ້ນ ເຊັ່ນ: ມາຈາກຊໍາເໜືອ, ເມືອງແອດ, ຊຽງຄໍ້, ຊຽງຊື່, ຊຽງລວງ ແລະ ບ້ານບານເມືອງຄຳ, ໃນເມື່ອພົນລະເມືອງມາຢູ່ເຕົ້າໂຮມກັນຫຼາຍຂຶ້ນຈຶ່ງປ່ຽນຊື່ນະຄອນກາຍມາເປັນເມືອງກາສີໃນປະຈຸບັນ, ເມື່ອກ່ອນເມືອງກາສີຂຶ້ນກັບແຂວງຫຼວງພະບາງເຊິ່ງມີເຂດປົກຄອງທິດຕາເວັນຕົກກວມຮອດແມ່ນໍ້າ ຂອງເປັນຫົວເມືອງຂຶ້ນຝຣັ່ງ ແລະ ອາເມລິກາ.
ໃນສະໄໝພວກລ່າເມືອງຂຶ້ນຝຣັ່ງອາເມລິກາເຂົ້າມາປົກຄອງລາວນັ້ນ ເມືອງກາສີໄດ້ຮັບ ການປົກຄອງຈາກຄົນລາວທີ່ເປັນລູກຈ້າງຂອງພວກຈັກກະພັດຕ່າງດ້າວຍາມໃດກໍ່ມີການບັງຄັບກົດຂີ່ ຂູດຮີດຂົ່ມເຫງ ຊື້ຈ້າງຈອບອອຍແຕ່ງຕັ້ງນາມມະຍົດໃຫ້ຄົນລາວປົກຄອງເມືອງກາສີເຊັ້ນ:
– ໃນປີ 1917 – 1922 ໄດ້ແຕ່ງຕັ້ງ ເພຍໝື່ນຊ້າງມາປົກຄອງເມືອງກາສີ.
– ໃນປີ 1922 – 1926 ໄດ້ແຕ່ງຕັ້ງ ສາທຸສຸດ ມາເປັນຜູ້ປົກຄອງເມືອງກາສີ.
– ໃນປີ 1926 – 1930 ໄດ້ແຕ່ງຕັ້ງ ສາທຸລັງສີ ມາເປັນຜູ້ປົກຄອງເມືອງກາສີ.
– ໃນປີ 1930 – 1934 ໄດ້ແຕ່ງຕັ້ງ ພະຍານາເໜືອ ມາເປັນຜູ້ປົກຄອງເມືອງກາສີ.
– ໃນປີ 1934 – 1937 ໄດ້ແຕ່ງຕັ້ງ ເພຍຄຳມ້າວມາເປັນຜູ້ປົກຄອງເມືອງກາສີ.
– ໃນປີ 1937 – 1941 ໄດ້ແຕ່ງຕັ້ງ ສາທຸກິນນະວົງມາເປັນຜູ້ປົກຄອງເມືອງກາສີ.
– ໃນປີ 1941 – 1945 ໄດ້ແຕ່ງຕັ້ງ ເພຍຄຳວ້ວນມາເປັນຜູ້ປົກຄອງເມືອງກາສີ.
– ໃນປີ 1945 – 1950 ໄດ້ແຕ່ງຕັ້ງ ເພຍຄຳສຸກ ມາເປັນຜູ້ປົກຄອງເມືອງກາສີ.
– ໃນປີ 1950 – 1957 ໄດ້ແຕ່ງຕັ້ງ ເຈົ້າເມືອງແພງມາເປັນຜູ້ປົກຄອງເມືອງກາສີ.
– ໃນປີ 1957 – 1960 ໄດ້ແຕ່ງຕັ້ງ ເຈົ້າເມືອງໄຊຍະສານມາເປັນຜູ້ປົກຄອງເມືອງກາສີ.
– ໃນປີ 1960 – 1963 ໄດ້ແຕ່ງຕັ້ງເຈົ້າເມືອງສີພັນມາເປັນຜູ້ປົກຄອງເມືອງກາສີ.
– ໃນປີ 1963 – 1975 ໄດ້ແຕ່ງຕັ້ງເຈົ້າເມືອງທ້າວໜຽວມາເປັນຜູ້ປົກຄອງເມືອງກາສີ.
ມາຮອດປະຈຸບັນ ພັກ ແລະ ລັດໄດ້ເລັ່ງເຫັນເຖິງການພັດທະນາປະເທດຊາດ ແລະ ໄດ້ພັດທະນາເມືອງກາສີ ເຫັນໄດ້ວ່າກາຍເປັນເມືອງທີ່ໜ້າຢູ່ ແລະ ເປັນເມືອງແຫ່ງການຜະລິດກະສິກຳເພື່ອສົ່ງອອກສູ່ຕະຫຼາດໃນເມືອງ.
ຂອບໃຈຂໍມູນ ປະຫວັດຄວາມເປັນມາໂດຍຫຍໍ້ຂອງເມືອງກາສີ ຢ່າງເປັນທາງການຈາກ ເພຈ : https://vtpv.gov.la/ຮີບໂຮມປະຫວັດຄວາມເປັນມາເມືອງກາສີ ໂດຍເພຈ: ນະຄອນຫລວງພຣະບາງ Luangprabang City ຈາກພຣະອາຈາຣຍ໌ໃຫຍ່ ບຸນມີ ຍານະວິໂຣ ວັດສຼີມຸງຄຸລຊຽງແວ່ ບ້ານສີຖານເໜືອ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ.