ທີ່ແຂວງຊຽງຂວາງປວງຊົນຊາວພຸດເຂົ້າຮ່ວມຍົກເກດ ພຣະເຈົ້າອົງຫລວງປະທານພອນ

ເມື່ອວັນທີ 11 ມັງກອນ 2020ດ ຂະບວນແຫ່ເກດພຣະເຈົ້າອົງຫລວງປະທານພອນເມືອງພວນຊຽງຂວາງ ຫຼັງຈາກທີ່ໄດ້ມີພິທີ ຫຼໍ່ຈອມເກດເມື່ອວັນທີ 9 ມັງກອນ ທີ່ວັດອົງຕື້ ໃນນະຄອນຫຼວງວຽງຈັນ

ພະເຈົ້າອົງຫລວງປະທານພອນ  ເປັນພະພຸດທະຮູບຂະຫນາດໃຫຍ່ ຫລໍ່ດ້ວຍທອງເຫລືອງ 108 ໂຕນ, ມີຫນ້າຕັກ ກວ້າງ 16 ແມັດ, ລວງສູງອົງພະ 26 ແມັດ ລວງສູງຍອດເກດ 4,5 ແມັດ, ແທ່ນບັນລັງສູງ 14 ແມັດ ຈະສະທິດຢູ່ ທີ່ວັດໄຫຫີນມີໄຊຍະລາມ ເມືອງແປກ ແຂວງຊຽງຂວາງ.

ເກດພະເຈົ້າອົງຫລວງ ມີຄວາມສູງ 4,5 ແມັດ ຫລໍ່ດ້ວຍທອງເຫລືອງ ຍອດສຸດແມ່ນຄຳ

ທ່ານ ບຸນຕົ້ນ ຈັນທະພອນ  ເລຂາພັກແຂວງ ເຈົ້າແຂວງໆ ຊຽງຂວາງ  ກ່າວກ່ອນໜ້ານີ້ວ່າຈຸດປະສົງການກໍ່ສ້າງພະເຈົ້າອົງຫລວງ ປະທານພອນ ທີ່ວັດໄຫຫີນມີໄຊຍະລາມ ເພື່ອປະຕິສັງຂອນ ວັດຖຸບູຮານອນເກົ່າແກ່ ໃຫ້ເປັນຂອງຂວັນອັນລ້ຳຄ່າ ແກ່ປະຊາຊົນ​ບັນດາ​ເຜົ່າ ທົ່ວຊຽງຂວາງ.

ທັງເປັນສູນປະຕິບັດທຳ ແລະ ເປັນສູນລວມຈິດໃຈ ຂອງປະຊາຊົນລາວ ບັນດາເຜົ່າ ເພື່ອປະທານພອນ ແກ່ພໍ່ແມ່ປະຊາຊົນ, ນັກທ້ອງທ່ຽວ ພາຍໃນ ແລະ ຕ່າງປະເທດ ທີ່ມາສັກກະລະບູຊາ ໃຫ້ຢູ່ເຢັນເປັນສຸກ ປາສະຈາກທຸກໂສກ ໂລກ ໄພ ໄຂ້ເຈັບ ແລະ ມີອາຍຸ ໝັ້ນຂວັນຍືນ

ຂອບໃຈຮູບງາມໆໂດຍ:Paxa Nyordsavanh Phra Phomma Houengsamonh,

ສາລະໜ້າຮູ້