ທຸລະກິດໃໝ່ ຂອງຍິ່ງລັກ-ທັກສິນ

ທຸລະກິດໃໝ່ ຂອງຍິ່ງລັກ-ທັກສິນ

ໃນຕອນເຊົ້າວັນທີ 9 ມັງກອນ 2019 ນີ້ ທ່ານນາງສາວ ຍິ່ງລັກ ຊິນນະວັດ ຫຼື ນາຍົກປູໄດ້ໂພສພາບຖ່າຍກັບອ້າຍ (ທ່ານທັກສິນ ຊິນນະວັດ) ອະດີດນາຍົກຂັວນໃຈມະຫາຊົນ ກ່ຽວກັບທຸລະກິດໃໝ່ຫຼ້າສຸດທີ່ຕັ້ງຂຶ້ນ ກ່ຽວກັບນະນະຕະກຳໃນການກວດຄວາມພໍດີ ແລະຄວາມເໝາະສົມຂອງບຸກຄົນໃນການບໍລິໂພກອາຫານ ຫຼື ຈະເອີ້ນຫຍໍ້ໆວ່າ DNA.

ທ່ານນາງສາວ ຍິ່ງລັກ ບອກວ່າມື້ນີ້ ຂ້າພະເຈົ້າ ແລະອ້າຍມາງານເປີດໂຕສິນຄ້າຂອງທຸລະກິດທີ່ລົງທຶນໄວ້ໃນງານ CES 2020 (Consumer Electronics Show) ຫຼື ງານຈັດສະແດງຜະລິດຕະພັນດ້ານເຕັກໂນໂລຊີ ແລະອີເລັກໂຕຣນິກ ທີ່ຈັດຂຶ້ນໃນລັສເວກັດ ປະເທດສະຫະລັດອາເມລິກາ ຄວາມຈິງແລ້ວທຸລະກິດນີ້ໄດ້ເປີດຕົວໄປແລ້ວເມື່ອທ້າຍປີ 2019 ຜ່ານມາ.

 

ກ່ຽວກັບທຸລະກິດໃໝ່ຂອງທ່ານ ທັກສິນ ແລະທ່ານນາງຍິ່ງລັກນັ້ນແມ່ນການລົງທຶນໂດຍນຳເອົາເຕັກໂນໂລຊີທາງດ້ານໂທລະຄົມມາຜະສົມກັບເຕັກໂນໂລຊີ ກວດດີເອັນເອ ດ້ວຍການກວດດີເອັນເອຈາກຮ່າງກາຍຄົນເຮົາ ໂດຍບໍ່ຈຳເປັນຕ້ອງສົ່ງຕົວຢ່າງໄປຍັງຫ້ອງແລັບກໍ່ສາມາດຮູ້ຜົນໄດ້ເລີຍ ທັ້ງນີ້ຂໍ້ມູນທີ່ໄດ້ມາຈະນຳມາວິເຄາະເພື່ອເລືອກອາຫານທີ່ພໍດີກັບດີເອັນເອຂອງແຕ່ລະຄົນ.

ທ່ານນາງ ຍິ່ງລັກ ຍັງລະບຸອີກວ່າ ນີ້ຖືເປັນການປັບພຶດຕິກຳໃນການກິນອາຫານທີ່ຈະມີຜົນຕໍ່ສຸຂະພາບຂອງເຮົາໃນໄລຍະຍາວ ຄືກິນອາຫານໃຫ້ເປັນຢາ ເພື່ອປ້ອງກັນບໍ່ໃຫ້ເຮົາໄດ້ກິນຢາເປັນອາຫານໃນອະນາຄົດ.

ທ່ານນາງຍິ່ງລັກຍັງເຊື່ອວ່າ ໂດຍຜ່ານຜະລິດຕະພັນນີ້ຈະຊ່ວຍໃຫ້ເຮົາສາມາດເລືອກບໍລິໂພກອາຫານເພື່ອສຸຂະພາບໄດ້ຢ່າງໜ້າສົນໃຈ, ສຳລັບຜະລິດຕະພັນຂອງສອງອະດີດນາຍົກນັ້ນແມ່ນມີຂາຍຢູ່ລອນດອນປະເທດອັງກິດ ຫຼື ຈະເບິ່ງລາຍລະອຽດຕາມລິ້ງນີ້ກ່ອນ.

ສາລະໜ້າຮູ້