ຊົງຜົມນັກຮຽນ ມໍ2 ທີ່ອັງກິດໃນວັນຄຣິສມາສ

ຊົງຜົມນັກຮຽນ ມໍ2 ທີ່ອັງກິດໃນວັນຄຣິສມາສ

ປັອບປີ ລີ ນັກຮຽນມັດຖະຍົມປີທີ 2 ອາຍຸ 13 ປີ ໃນເມືອງແມນເຊສເຕີ ຂອງອັງກິດ ຕ້ອນຮັບເທດສະກາດຄຣິສມາສ ດ້ວຍການເຮັດຜົມຕົນເອງເປັນຊົງຕົ້ນຄຣິສມາສ ແລະ ປະດັບໄຟຍິບຍັບໄປໂຮງຮຽນ ໂດຍໃຊ້ກະຕຸກພລາສຕິກເປັນໂຕຂຶ້ນຊົງດ້ານໃນ

ຊົງຜົມນີ້ຖືກໃຈເດັກຍິງຄົນນີ້ ແລະ ໝູ່ເພື່ອນຂອງລາວ ເຊິ່ງແມ່ຂອງລາວເຜີຍວ່າ ລູກສາວຢາກຈະເຮັດສິ່ງທີ່ໜ້າຕື່ນເຕັ້ນຫຼາຍຂຶ້ນ ແລະ ປົກກະຕິລາວກໍເປັນຄົນທີ່ມັກຫາຫຍັງມາເຮັດກັບຜົມຂອງຕົນເອງຢູ່ຕະຫຼອດ. ໃນຕອນເຊົ້າຂອງມື້ທີ່ລູກສາວເຮັດຊົງຜົມເປັນຕົ້ນຄຣິສມາສ ຍັງມາຂໍໃຫ້ແມ່ຊ່ວຍປະດັບໄຟເທິງຫົວໃຫ້.

ແມ່ຂອງນ້ອງຍັງບອກອີກວ່າ ລູກສາວບໍ່ສົນວ່າຄົນອື່ນຈະຄິດແນວໃດ ແຖມຍັງເຮັດຊົງຜົມນີ້ໄປຂຶ້ນລົດຄືກັບມື້ອື່ນໆ ແລະ ຊົງຜົມນີ້ຍັງຖືກໃຈຄູຄົນໜຶ່ງອີກກດ້ວຍ ແຕ່ໂຮງຮຽນບໍ່ມັກປານໃດ ຈຶ່ງບອກໃຫ້ລາວປ່ຽນຊົງຜົມໃໝ່ ຖ້າບໍ່ດັ່ງນັ້ນຈະໃຫ້ກັບເມືອເຮືອນ

ລາວເລົ່າຕໍ່ວ່າ ລູກສາວເລືອກເອົາຕົ້ນຄຣິສມາສມາໄວ້ເທິງຫົວກໍນ້ອງວ່າມັກຮຽນໜັງສື ເຊິ່ງປົກກະຕິແລ້ວເປັນຄົນທີ່ຮຽນເກັ່ງອັນດັບຕົ້ນໆຂອງຫ້ອງ

ເຖິງຢ່າງໃດກໍຕາມ ເຄເວນ ກຣີນ ຜູ້ອຳນວຍການໂຮງຮຽນບອກວ່າ ໂຮງຮຽນເຄັ່ງຄັດເລື່ອງເຄື່ອງແບບ ແລະ ການຮຽນການສອນເປັນຢ່າງຍິ່ງ ແລະ ຢາກໃຫ້ນັກຮຽນໃຫ້ຄວາມສົນໃຈກັບການຮຽນ ແຕ່ບໍ່ມີນະໂຍບາຍສົ່ງນັກຮຽນກັບເຮືອນຍ້ອນຊົງຜົມຢ່າງແນ່ນອນ

ກຣີນ ກ່າວຕໍ່ວ່າ ປັອບປີເປັນຄົນເກັ່ງ ແລະ ມັກເຮັດຊົງຜົມຕ່າງໆ ທີ່ມີຄວາມສ້າງສັນ, ແຕ່ໜ້າເສຍດາຍທີ່ຊົງຜົມດັ່ງກ່າວບໍ່ຄ່ອຍເໝາະສົມສຳລັບການເຮັດມາໂຮງຮຽນ

ຂ່າວທົ່ວໄປ