ທາຄຸມິ ມິນາມິໂນະ ກອງໜ້າຕົວໃໝ່ຂອງ ລິເວີພູລ ເຂົ້າມາລາຍງານຕົວ ແລະ ຝຶກຊ້ອມກັບເພື່ອນຮ່ວມທີມໃໝ່ຢ່າງເປັນທາງການໃນວັນທີ 1 ມັງກອນ 2020 ຕາມເວລາໃນທ້ອງຖິ່ນ ໂດຍມີເພື່ອນຮ່ວມທີມຂອງ ລິເວີພູລ ນໍາໂດຍ ໂມຮາເໝັດ ຊາລາ ກັບ ມາເນ ລວມເຖິງ ເຈີເກັນ ຄລ໊ອບ ຜູ້ຈັດການທີມ ໃຫ້ກຽດມາຕ້ອນຮັບ ແລະ ຈະໄດ້ລຸ້ນລົງແຂ່ງຂັນນັດທໍາອິດກັບທີມໃນທ້າຍອາທິດນີ້.
ອີງຕາມກົດຂອງ ພຣີເມຍລີກ ອັງກິດ ລະບຸວ່າ: ນັກເຕະໃໝ່ທີ່ຫາກໍເຊັນສັນຍາ ລະຫວ່າງວັນທີ 1-2 ມັງກອນ ຈະບໍ່ສາມາດລົງຫຼິ້ນໃນອາທິດທໍາອິດໄດ້ ຍົກເວັ້ນອາທິດຖັດໄປ ຫຼັງຈາກທີ ສະໂມສອນ ໄດ້ຮັບອະນຸຍາດໃຫ້ປ່ຽນແປງລາຍຊື່ຜູ້ຫຼິ້ນຕະຫຼອດໄລຍະເປີດຕະຫຼາດຊື້-ຂາຍນັກເຕະ ໃນເດືອນມັງກອນ 2020.
ຈາກຜົນດັ່ງກ່າວເຮັດໃໄຫ້ ມິນາມິໂນະ ຈະມີສິດລົງສະໜາມນັດທໍາອິດໃຫ້ກັບ ລິເວີພູລ ໃນລາຍການ ເອັຟເອ ຄັບ ຮອບ 3 ທີ່ຈະພົບກັບ ເອັຟເວີຕົນ ໃນວັນທີ 5 ມັງກອນ 2020 ຫຼື ນັດທີ່ຈະບຸກໄປຢາມ ສະເປີ ໃນວັນທີ 11 ມັງກອນ 2020 ເບິ່ງທີ່ ເຈີເກັນ ຄລ໊ອບ ຜູ້ຈັດການທີມຈະໃຫ້ໂອກາດນັດໃດ
ພາບຈາກ: Liverpool FC
ສໍາລັບ ລິເວີພູລ ຕົກລົງຈີກສັນຍາຈ່າຍ 7,25 ລ້ານປອນ ຄວ້າ ທາຄູມິ ມິນາມິໂນະ ກອງກາງທີມຊາດຍີ່ປຸ່ນ ຈາກ ເຣດບູລ ຊັລບວກ ມາຮ່ວມທີມໃນໄລຍະຕະຫຼາດຊື້-ຂາຍນັກເຕະຮອບ 2 ໃນເດືອນມັງກອນ 2020.
ມິນາມິໂນະ ສ້າງຜົນງານຢ່າງໜ້າປະທັບໃຈໃນຮອບແບ່ງກຸ່ມ ຢູຟາ ແຊ້ມປ້ຽນລີກ ຍິງ 2 ປະຕູ ແລະ ສົ່ງໃຫ້ເພື່ອນຮ່ວມທີມຍິງອີກ 3 ປະຕູໃນ 6 ນັດ ເຮັດໃຫ້ເປັນທີ່ຖືກໃຈຂອງ ເຈີເກັນ ຄລ໊ອບ ຜູ້ຈັດການທີມຂອງ ລິເວີພູລ.
ສໍາລັບມິນາມິໂນະ ເກີດວັນທີ 16 ມັງກອນ 1995, ສູງ 174 ຊັງຕີແມັດ ແລະ ໜັກ 68 ກິໂລກຣາມ ເຊິ່ງ ມິນາມິໂນະ ມີຄ່າສະເລ່ຍໃນການສົ່ງບານ 34 ຄັ້ງຕໍ່ນັດ ແລະ ສົ່ງສໍາເລັດ 77%.
ພິເສດ ມິນາມິໂນະ ຍັງຍິງປະຕູໃນນັດທີ່ ຊັລບວກ ບຸກເສຍໃຫ້ກັບ ລິເວີພູລ 3-4 ທີ່ສະໜາມແອນຟິລ ໃນການແຂ່ງຂັນບານເຕະ ຢູຟາ ແຊ້ມປ້ຽນລີກ ຮອບແບ່ງກຸ່ມໆ E ນັດທີ 2 ເມື່ອເດືອນຕຸລາ 2019.
ພິເສດ ມິນາມິໂນະ ຍັງຍິງປະຕູໃນນັດທີ່ ຊັລບວກ ບຸກເສຍໃຫ້ກັບ ລິເວີພູລ 3-4 ທີ່ສະໜາມແອນຟິລ ໃນການແຂ່ງຂັນບານເຕະ ຢູຟາ ແຊ້ມປ້ຽນລີກ ຮອບແບ່ງກຸ່ມໆ E ນັດທີ 2 ເມື່ອເດືອນຕຸລາ 2019.