ນັກສຶກສາລາວ ຕິດຄ້າງຢູ່ເມືອງອູຮັນທັງໝົດ 43 ຄົນ

ນັກສຶກສາລາວ ຕິດຄ້າງຢູ່ເມືອງອູຮັນທັງໝົດ 43 ຄົນ

ໃນການຖະແຫຼງຂ່າວໃຫ້ຮູ້ວ່າ: ເພື່ອຈໍາກັດພະຍາດບໍ່ໃຫ້ລະບາດໄປບ່ອນອື່ນ, ທາງການ ສປ ຈີນ ໄດ້ມີມາດຕະການທີ່ເຂັ້ມງວດ, ສັ່ງປິດເມືອງອູຮັນ ຄົນໃນຫ້າມອອກ  ຄົນນອກຫ້າມເຂົ້າ ເຊິ່ງສາມາດເຂົ້າໄປໄດ້ສະເພາະບຸກຄະລາກອນທາງການແພດ ແລະ ເຈົ້າໜ້າທີ່ກ່ຽວຂ້ອງເທົ່ານັ້ນ ດ້ວຍເຫດນີ້ ຈຶ່ງເຮັດໃຫ້ນັກສຶກສາລາວຈໍານວນ 42 ຄົນ ທີ່ບໍ່ໄດ້ກັບບ້ານໃນໄລຍະປີໃໝ່ຈີນ ຍັງຄ້າງຢູ່ຫໍພັກນັກສຶກສາ ແລະ ມີອີກ 1 ຄົນ ທີ່ໄປຢາມໝູ່ໃນໄລຍະພັກຮຽນ ກໍ່ຕິດຄ້າງຢູ່ ເມືອງອູຮັນ ເຊັ່ນກັນລວມທັງໝົດເປັນ 43 ຄົນ ໃນນັ້ນ 22 ຄົນແມ່ນໄປຈາກນະຄອນຫຼວງວຽງຈັນ 5 ຄົນ ຈາກແຂວງຫຼວງພະບາງ 3 ຄົນຈາກແຂວງສະຫວັນນະເຂດ 3 ຄົນ ຈາກແຂວງຈໍາປາສັກ

ສໍາລັບ ແຂວງຫຼວງນໍ້າທາ ແຂວງບໍລິຄໍາໄຊ ແລະ ແຂວງຊຽງຂວາງ ແຂວງລະ 2 ຄົນ ແລະ ຈາກ ແຂວງໄຊຍະບູລີ ແຂວງວຽງຈັນ ແຂວງຜົ້ງສາລີ ແລະ ແຂວງສາລະວັນ ແຂວງລະ 1 ຄົນ ນອກຈາກນີ້ ຍັງນັກສຶກສາລາວ ທີ່ບໍ່ໄດ້ກັບບ້ານ ທີ່ຍັງຢູ່ແຂວງອື່ນໆ ໃນ ສປ ຈີນ ຕື່ມອີກ 87 ຄົນ ເຊິ່ງນັກສຶກສາເລົ່ານີ້ບໍ່ໄດ້ຖືກຈໍາກັດການໄປມາຄືກັບນັກສຶກສາຢູ່ ເມືອງອູຮັນ ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາປັກກິ່ງ ສະຖານກົງສູນໃຫຍ່ ສປປ ລາວ ທີ່ເມືອງຊາງຊາ ທີ່ໃກ້ກັບເມືອງອູຮັນ ກວ່າໝູ່ ແລະ ສະຖານກົງສູນໃຫຍ່ ຢູ່ບ່ອນອື່ນໆ ໄດ້ເອົາໃຈໃສ່ຕິດຕາມຢ່າງໃກ້ຊິດ ແລະ ໄດ້ປະສານສົມທົບກັບທາງການ ສປ ຈີນ ເພື່ອໃຫ້ຄວາມຊ່ວຍເຫຼືອຕາມຄວາມເໝາະສົມ

ທາງຝ່າຍຈີນກໍ່ໄດ້ເອົາໃຈໃສ່ຊ່ວຍເຫຼືອນັກສຶກສາທຸກຊາດທີ່ຍັງຢູ່ ເມືອງອູຮັນ ລັດຖະບານ ກໍ່ຄືກະຊວງສຶກສາທິການ ແລະ ກິລາ ກະຊວງການຕ່າງປະເທດ ຂອງ ສປປ ລາວ ແລະ ສປ ຈີນ ແມ່ນໄດ້ເອົາໃຈໃສ່ເປັນພິເສດຕໍ່ນັກສຶກສາລາວ ທີ່ຍັງຢູ່ເມືອງອູຮັນ ແຂວງ ຫູເປີຍ ໃນການປ້ອງກັນການຕິດພະຍາດ COVID-19 ກະຊວງສຶກສາທິການ ແລະ ກິລາ ຮ່ວມກັບ ກະຊວງການຕ່າງປະເທດ ແລະ ກະຊວງສາທາລະນະສຸກ ໄດ້ຈັດພິທີຖະແຫຼງຂ່າວຕໍ່ສື່ມວນຊົນ ໃນຕອນບ່າຍວັນທີ 10 ມີນາ ນີ້ ກ່ຽວກັບຄວາມເອົາໃຈໃສ່ຂອງລັດຖະບານລາວ ແລະ ເພື່ອຮັບຮູ້ສະພາບການເປັນຢູ່ຂອງນັກສຶກສາລາວຈໍານວນ 43 ຄົນ ທີ່ປະຈຸບັນນີ້ຍັງອາໃສຢູ່ເມືອງອູຮັນ

ຂ່າວທົ່ວໄປ