ປະຕິຫານ ແອນ້ອຍ 6 ເດືອນ ຕິດເຊື້ອໂຄວິດ-19 ຫາຍດີແລ້ວ

ປະຕິຫານ ແອນ້ອຍ 6 ເດືອນ ຕິດເຊື້ອໂຄວິດ-19 ຫາຍດີແລ້ວ

ອີກຫນຶ່ງເລື່ອງລາວຊວນໃຫ້ປະທັບໃຈ ເມື່ອແອນ້ອຍອາຍຸພຽງ 6 ເດືອນຜູ້ມີໂລກຫົວໃຈແລະປອດອັກເສບແຕ່ກຳເນີດ ຕ້ອງມາຕິດເຊື້ອໂຄວິດ-19 ຊ້ຳຊວນໃຫ້ສະເທືອນໃຈ ແຕ່ກາຍເປັນວ່າແອນ້ອຍຄົນນີ້ຫາຍດີຢ່າງປະຕິຫານ

ແອນ້ອຍສຸດນ່າຮັກຊື່ ເອລິນ ເບດ ອາຍຸພຽງ 6 ເດືອນ ມີອັດຕາການຟື້ນຕົວຫລັງເຂົ້າຮັບການຜ່າຕັດຫົວໃຈທີ່ດີຂຶ້ນຢ່າງກ້າວກະໂດດແມ້ລາວຈະປ່ວຍຕິດເຊື້ອໂຄວິດ-19 ຊ້ຳສອງ ພາບທີ່ແອນ້ອຍມີສາຍສຽບຫ້ອຍລະໂຍງລະຍາງທີ່ພໍ່ແມ່ແຊລົງໂຊຊຽວນັ້ນສ້າງຄວາມສະເທືອນໃຈແກ່ຊາວເນັດຢູ່ບໍ່ນ້ອຍ ໂດຍເອລິນຮັກສາຕົວຢູ່ທີ່ໂຮງພະຍາບານ ອັນເດີເອໃນລິເວີພູນ ປະເທດອັງກິດ

ພໍ່ແມ່ຂອງແອນ້ອຍຕ້ອງການແຊພາບນີ້ລົງໂຊຊຽວມິເດຍເພື່ອຢາກຈະສ້າງຄວາມຕະຫນັກໃຫ້ແກ່ທຸກຄົນ ວ່າມາດຕະການເວັ້ນລະຍະຫ່າງບໍ່ແມ່ນເລື່ອງທີ່ເຮັດເປັນເບິ່ງຂ້າມໄດ້ ມັນເປັນເລື່ອງສຳຄັນຢ່າງຍິ່ງ ເພາະໄວຣັສໂຄວິດ-19 ມັນໜ້າຢ້ານແທ້ໆ ທັນທີທີ່ຮູ້ຂ່າວວ່າແອນ້ອຍຕິດເຊື້ອແລ້ວ ພໍ່ແມ່ກໍ່ຣູ້ສຶກໃຈສະລາຍທີ່ສຸດ ເພາະເອລິນມີພາວະຫົວໃຈລົ້ມເຫລວແຕ່ເກີດຢູ່ແລ້ວ ທັ້ງຍັງມີປັນຫາປອດອັກເສບອີກ ຜູ້ທີ່ມີອາການປ່ວຍຂະນາດນີ້ແລ້ວຍັງມາຕິດເຊື້ອໂຄວິດ-19 ອີກ ໜ້ອຍຄົນຫລາຍທີ່ຈະລອດ

ແຕ່ເມື່ອຜ່ານໄປປະມານອາທິດໜຶ່ງ ອາການຂອງແອນ້ອຍກັບດີຂຶ້ນຈົນຜົນກວດບໍ່ພົບເຊື້ອໂຄວິດ-19 ໃນຕົວລາວອີກ ສ້າງຄວາມປາບປື້ມໃຈໃຫ້ພໍ່ແມ່ເປັນທີ່ສຸດ ໂດຍຜູ້ເປັນພໍ່ໄດ້ໂພສຂ່າວດີນີ້ລົງເຟຊບຸ໊ກລະບຸວ່າ “ເອລິນເອົາຊະນະໄວຣັສ ຮ້າຍນີ້ໄດ້ສຳເລັດ ແມ້ມັນຈະທຳຮ້າຍລາວຢ່າງຫນັກ ລວມເຖິງອາການທີ່ບໍ່ແນ່ນອນມີຂຶ້ນໆລົງໆ ແຕ່ຂ້ອຍກໍ່ຢາກບອກໃຫ້ທຸກຄົນຮູ້ວ່າບໍ່ແມ່ນສະເມີໄປທີ່ຜູ້ທີ່ມີອາການປ່ວຍ ຫລືໂລກປະຈຳຕົວຢູ່ກ່ອນແລ້ວ ພໍມາຕິດໂຄວິດແລ້ວຈະຕ້ອງຕາຍຢ່າງດຽວ ຕອນນີ້ລູກສາວຂ້ອຍຢິ້ມເກ່ງແລະເອົາແຕ່ເວົ້າຄົນດຽວແລ້ວເດີ

ຜູ້ເປັນພໍ່ໄດ້ອະທິບາຍເຕີມອີກວ່າ ແມ້ຈະຫາຍຈາກໂຄວິດແລ້ວ ແຕ່ເອລິນຍັງຕ້ອງຢູ່ທີ່ໂຮງພະຍາບານຕໍ່ໄປເພື່ອຮັກສາພາວະຫົວໃຈບົກພ້ອງແລະໂລກປອດອັກເສບຕໍ່ໄປ ແຕ່ເຖິງຢ່າງນັ້ນຂ່າວການຫາຍດີຂອງເອລິນກໍ່ພໍເປັນການຊ່ວຍຢຽວຢາຈິດໃຈຂອງພໍ່ແມ່ໄດ້ເປັນຢ່າງດີແລ້ວ ກໍ່ຂໍໃຫ້ແອນ້ອຍຫາຍວັນຫາຍຄືນແດ່ເດີ

ສາລະໜ້າຮູ້