ທຸກວັນນີ້ທົ່ວນະຄອນຫຼວງວຽງຈັນບ່ອນໃດທີ່ເປັນຄອງລະບາຍນ້ຳແມ່ນເປັນທີ່ເຕີບໃຫຍ່ຂະຫຍາຍພັນຂອງພັກຕົບ ຈົນກຳຈັດບໍ່ຫວັນບໍ່ໄຫວ ປີກາຍນີ້ຈິ່ງໄດ້ຂໍແຮງງານກຳລັງປ້ອງກັນຊາດຊ່ວຍລວງຄອງ ແຕ່ປະເທດເພື່ອນບ້ານເພິ່ນແປນເອີດເຕີດເພາະເຂົາຮູ້ໝູນເອົາໄປເຮັດຝຸ່ນປຸ໋ຍໝັກ
ປະເທດເພື່ອນບ້ານໄທຂອງເຮົາ ເພິ່ນວ່າອີກຈັກໜ້ອຍຜັກຕົກຈະໝົດລະເພາະຖືກນຳຂຶ້ນມາເຮັດປຸ໋ຍໝັກພຽງ 60 ວັນເປື່ອຍເປັນຜົງ ນຳມາໃຊ້ເປັນປຸ໋ຍຊັ້ນດີເພື່ອຄຸນນະພາບການຜະລິດ
ຮູບທີ່ເຫັນນີ້ເປັນການນຳເອົາຜັກຕົບໃນຄອງລະບາຍນ້ຳມາເປັນປຸ໋ຍໝັກຂອງລຸງປອນ ຢູ່ໂຄລາດປະເທດໄທ ເພິ່ນນຳເອົາຜັກຕົບອອກມາຈາກນ້ຳແລ້ວບໍ່ຕ້ອງຕັດໃດໆທັງສິ້ນ ວິທີປະສົມຄື ຜັກຕົບ 6 ສ່ວນມູນສັດ 1 ສ່ວນ ຕວງເອົາເລີຍບໍ່ໃຫ້ປີ້ນເອົາມາແນວໃດປະແບບນັ້ນ 2 ເດືອນເປື່ອຍເປັນຜົງສາມາດຕັກໃສ່ຖົງໄປເປັນຝຸ່ນໃສ່ພືດຜັກໄດ້ເລີຍ ຄຸນນະພາບດີອີກ
ລຸງບອກວ່າ ຄວາມຍາກຂອງການເຮັດປຸ໋ຍໝັກແບບນີ້ມີຢ່າງດຽວຄື ການໃສ່ນ້ຳຕ້ອງໄດ້ເບິ່ງແຍງເປັນພິເສດ ຖ້າຂາດຄວາມຊຸ່ມຊື່ນຂອງປຸ໋ຍເຖິງຈຸລິນຊີຈະດີພຽງໃດກໍ່ມີປະໂຫຍດ
ລຸງບອກວ່າ ຄວາມຍາກຂອງການເຮັດປຸ໋ຍໝັກແບບນີ້ມີຢ່າງດຽວຄື ການໃສ່ນ້ຳຕ້ອງໄດ້ເບິ່ງແຍງເປັນພິເສດ ຖ້າຂາດຄວາມຊຸ່ມຊື່ນຂອງປຸ໋ຍເຖິງຈຸລິນຊີຈະດີພຽງໃດກໍ່ມີປະໂຫຍດ