ຈັບຫນຸ່ມໂຫດ! – ວັນທີ່ 1 ມ.ຄ. ນິວອິນດຽນເອັກຊະເພດ ລາຍງານເຫດສະເທືອນໃຈກໍລະນີ ລ່ວງລະເມິດທາງເພດ ໃນ ປຣະເທດອິນເດັຍ ອີກຄັ້ງ ຫລັງຈາກຍິງສາວອາຍຸ 17 ປີ ຖູກຊາຍໜຸ່ມອາຍຸ 21 ປີ ບຸກລຸກເຂົ້າໄປໃນບ້ານພັກທີ່ເຂດສຸທຍາເພດ ລັດເຕລັງຄານາ ທາງຕອນໃຕ້ ຈາກນັ້ນຂົ່ມຂືນຈົນສຳເລັດຄວາມໄຄ່ ກ່ອນລາດນ້ຳມັນໃສ່ເຫຍື່ອແລະຈຸດໄຟເຜົາໄດ້ຣັບບາດເຈັບສາຫັດ ພຽງເພາະແຄ້ນຍິງສາວທີ່ຕັດເຍື່້້ອໄຍບໍ່ຍອມຮັບຮັກຄືນ
ຕຳລວດ ລັດເຕລັງຄານາ ລະບຸວ່າສາມາດຖຈັບກຸມຊາຍຜູ້ຕ້ອງສົງໄສໄດ້ແລ້ວ ແລະກຳລັງເລັ່ງສອບສວນດຳເນິນຄະດີ ຊຶ່ງຈາກການສອບປາກຄຳໃນເບື້ອງຕົ້ນຮູ້ວ່າ ຊາຍຫນຸ່ມຕາມຈີບແລະຂໍຄົບຫາເປັນຄົນຮັກກັບຫຍິງສາວຫລາຢຄັ້ງໃນຊ່ວງ 2 ປີທີ່ຜ່ານມາ ແຕ່ຍິງສາວປະຕິເສດມາຕະຫລອດ
ຈົນກະທັ້ງມື້ເກິດເຫດ ໄດ້ໂອກາດທີ່ຄອບຄົວຂອງຝ່າຍຍິງບໍ່ຢູ່ບ້ານ ເລີຍລັກລອບບຸກເຂ້າໄປຂົ່ມຂືນແລະຈຸດໄຟເຜົາເພື່ອແກ້ແຄ້ນ
ຢ່າງໃດກໍ່ຕາມ ເພື່ອນບ້ານໃນລະແວກໃກ້ຄຽງເຫັນເປວໄຟພວມພຸ່ງອອກມາຈາກບ້ານຍິງສາວ ກໍ່ພາກັນເຂົ້າມາຊ່ວຍເຫລືອແລະໂທລະສັບແຈ້ງເຫດສຸກເສິນ ແລະຕໍ່ມາເຈົ້າຫນ້າທີ່ກໍ່ສົ່ງຕົວຍິງສາວໄປຮັກສາທີ່ໂຣງໝໍໃນເມືອງວະລັນກັນໃນທັນທີ ດ້ານແພດເປິດເຜີຍວ່າ ຍິງສາວມີບາດແຜໄຟໄໝ້50ສ່ວນຮ້ອຍຂອງຣ່າງກາຍ ແຕ່ອາການນັບມື້ນັບດີຂຶ້ນຕາມລຳດັບ ສ່ວນຊາຍໜຸ່ມກໍ່ຖືກດຳເນີນຄະດີຕາມກົດໝາຍ