ຄຣິດ ເຮມເວີສ Chris Hemsworth ນກສະແດງສຸດຫຼໍ່ທີ່ຄໍລະຄອນບູແອັກຊັນຄຸ້ນເຄີຍກັນດີກໍຄື ຮໍ ເທບພະເຈົ້າສາຍຟ້າ ເຮົານິເອງ ທີ່ຄວັກເງິນສ່ວນໂຕຈໍານວນ 30 ລ້ານບາດ (ເປັນເງິນກີບທໍ່ໃດຄູນເອົາເອງເລີຍເດີ້ 555 ) ເພື່ອຊ່ວຍວິກິດເຫດໄຟໄໝ້ປາທີ່ປະເທດອ໊ອສເຕເລຍ.
ຖືວ່າເປັນເຫດການທີ່ສູນເສຍຄັ້ງຍິ່ງໃຫ່ຍ ແລະ ຫຼາຍຊີວິດຕ້ອງຈົບລົງໄປຢ່າງບໍ່ມີໃຜປາດຖະໜາກັບເຫດການໄຟໄໝ້ປ່າທີ່ເກີດຈາກຄວາມຮ້ອນຂອງອາກາດທີ່ນັບມື້ກໍແຮງຂຶ້ນເລື້ອຍໆ ຟູງສັດ ສິ່ງທີ່ມີຊີວິດນາໆຕ້ອງແລ່ນປົບໜີຢ່າງເອົາຊີວິດເກືອບບໍ່ລອດ ເຫັນແລ້ວກໍເປັນຕາອີ່ດູຕົນແທ້ໆ…
ອີກດ້ານທາງໂລກອອນລາຍໄດ້ເຜີຍແຜ່ຮູບພາບ, ເຫດການດັ່ງກ່າວກະຈາຍຢ່າງໄວວາເຮັດໃຫ້ຜູ້ຮູ້ ຫຼື ເຫັນເຫດການຕ່າງເຂົ້າໄປໃຫ້ການຊ່ວຍເຫຼືອທັງດ້ານຮ່າງກາຍ ແລະ ທຶນຮອນ
ແມ່ນລະທ່າມກາງເຫດການທີ່ໂຫດຫາຍກໍຍັງມີເລື່ອງດີໆໃຫ້ໄດ້ເຫັນ ແລະ ຕື້ນຕັນໃຈ ເມື່ອໜຸ່ມ ຄຣິສ ເຮມເວີສ ນັກສະແດງໜຸ່ມຫຼໍ່ຊາວ ອ໊ອສເຕເລຍ ທີ່ມີຊື່ສຽງລະດັບໂລກ ຫຼາຍຄົນຮູ້ຈັກໃນນາມ ເດິ ທໍ ເທບພະເຈົ້າສາຍຟ້າ ໄດ້ເຊີນຊວນໃຫ້ຊາວໂລກຄໍານຶງເຖິງບັນຫາໄຟປ່າທີ່ເກີດຂຶ້ນຢ່າງຕໍ່ເນື່ອງເປັນເວລາຫຼາຍເດືອນທີ່ປະເທດອ໊ອສເຕເລຍ
ພ້ອມເຊີນຊວນໃຫ້ຮ່ວມຊ່ວຍເຫຼືອໃນດ້ານຕ່າງໆເທົ່າທີ່ຈະສາມາດເຮັດໄດ້ ໂດຍເຈົ້າໂຕ ຄຣິສ ເຮມເວີສ ໄດ້ບໍລິຈາກ ເງິນຈໍານວນ 1,000,000 ໂດລາສະຫາລັດ ຫຼືປະມານ 30 ລ້ານບາດ… ພະເອກທງໃນແລະ ນອກຈໍແທ້ໆ.