ລູກຊາຍຫາຍໂຕໄປ ຊ່ວຍແຊຮ ຕາມຫາລູກຊາຍຂ້ອຍແນ່

ລູກຊາຍຫາຍໂຕໄປ ຊ່ວຍແຊຮ ຕາມຫາລູກຊາຍຂ້ອຍແນ່

ຂໍຄວາມຊ່ວຍເຫຼືອ ທ້າວ ຈະລີ ອາຍຸ 37 ປີ ເປັນຄົນຊົນເຜົ່າມົ້ງ, ປະຈຸບັນຢູ່ບ້ານ ຜາຫຼວງ ເມືອງ ນໍ້າບາກ ແຂວງ ຫຼວງພະບາງ ລາວໄດ້ອອກຈາກເຮືອນໃນຕອນເຊົ້າຂອງວັນທີ 15 ເດືອນ 12 ປີ 2019,

ຜູ້ກ່ຽວເປັນຄົນທີ່ບໍ່ສາມາດປາກເວົ້າໄດ້ ຫຼື ກືກ ເຊິ່ງເຫດຜົນອອກຈາກເຮືອນ ແມ່ນຢາກອອກໄປຫາພີ່ນ້ອງແຕ່ຍ້ອນຜູ້ເປັນພໍ່ບໍ່ຫວ້າງຍັງເຮັດໄຮ່ເລີຍບໍ່ໄດ້ພາໄປ ດັ່ງນັ້ນຜູ້ເປັນພໍ່ໄດ້ເອົາເງີນໃຫ້ປະມານ ສອງແສນກີບໃຫ້ລາວເພື່ອເປັນນໍ້າໃຈ

ແຕ່ເມື່ອລາວໄດ້ເງີນແລ້ວເວົ້າຫຍັງກະບໍ່ຟັງຈຶ່ງລັກອອກໄປຄົນດຽວ, ສະນັ້ນຂໍຄວາມຊ່ວຍເຫຼືອແດ່ ຖ້າວ່າໃຜເຫັນລາວມາຂໍເຂົ້າກິນຕາມເຮືອນ ຫຼື ຮ້ານຊ່ວຍແຈ້ງໃຫ້ແດ່ຫຼືກັກຕົວໄວ້ໃຫ້ແດ່ ,ຕິດຕໍ່ເບີໂທ 030 4868173 , 030 9683894 ຈະມີນໍ້າໃຈເຫຼັກນ້ອຍໃນການເຫັນ

ຂ່າວທົ່ວໄປ