ລູກຍິງພໍ່ຕາຍ ໂມໂຫຂໍເງິນ 1000ບາດບໍ່ໃຫ້ –  ຂີ້ຕົວະ ຫລິ້ນລະຄອນກັບຜູ້ສື່ຂ່າວ (ມີຄິບ)

ລູກຍິງພໍ່ຕາຍ ໂມໂຫຂໍເງິນ 1000ບາດບໍ່ໃຫ້ – ຂີ້ຕົວະ ຫລິ້ນລະຄອນກັບຜູ້ສື່ຂ່າວ (ມີຄິບ)

ຈາກກໍລະນີ  ມີສົບຂອງທ້າວຈະລັນ ຊຸມຊະນະ ອາຍຸ72 ປີ ນອນຈົມກອງເລືອດຫນ້າບ້ານ ໂດຍມີບາດແຜບໍລິເວນເບົ້າຕາຊ້າຍ ແລະຄໍມີຮອຍຮູກະສຸນປືນ ກ່ອນທີ່ເຈົ້າຫນ້າທີ່ຈະສືບສວນແລະຂະຫຍາຍຜົນ ຈົນຮູ້ຄວາມຈິງ ໜ້າຕົກໃຈວ່າ ຄົນຮ້າຍຄືທ້າວທັມມະນູນ ຊຸມຊະນະ ອາຢຸ 42 ປີ ລູກຊາຍຜູ້ຕາຍນັ້ນເອງ

ລ່າສຸດ ລາຍການທຸບໂຕະຂ່າວ ອັມລິນທີວີ ໄດ້ອອກມາ ເປິດເຜີຍ ຄຳເວົ້າຂອງທ້າວທັມມະນູນ ໃນຂະນະຫລີ້ນລະຄອນເວົ້າຕົບຕາຜູ້ສື່ຂ່າວ ກ່ອນຖູກຈັບຕົວໃນພາຍຫລັງ ໂດຍເຈົ້າຕົວໄດ້ອອກມາເວົ້າຂີ້ຕົວະຜ່ານສື່ວ່າ ລະຫວ່າງທີ່ຕົນໄປຊື້ຂອງຢູ່ຂ້າງນອກ ຈູ່ ໆກໍ່ມີຄົນແລ່ນໄປຕາມ ແລ້ວບອກຕົວເອງວ່າພໍ່ເສຍຊີວິດແລ້ວ ຕົນກໍ່ເເປກໃຈ ເພາະຕົນໄປຮັບລູກຕອນແລງ ພໍ່ຕົນມັກນັ່ງຢູ່ທີ່ຫນ້າບ້ານ ພໍ່ມັກເປິດວິທະຍຸ ຕົນສົງໄສແມ່ນໃຜຂ້າພໍ່ຂ້ອຍ

ຢ່າງໃດກໍ່ຕາມ ທ້າວທັມມະນູນ ໄດ້ໃຫ້ການຮັບສາລະພາບໃນເວລາຕໍ່ມາ ຫລັງຖູກເຈົ້າຫນ້າທີ່ຕຳລວດເຂົ້າຄວບຄຸມວ່າ ລາວເປັນຄົນຈັດສາກເລື້ອງລາວທີ່ເກິດຂຶ້ນທັ້ງຫມົດ ສາເຫດແທ້ຈິງທີ່ເຮັດໃຫ້ຕົນລົງມືຂ້າພໍ່ ເປັນເພາະເມື່ອວານຕົນໄດ້ຂັບລົດຈັກໄປຫາພໍ່ ເພື່ອຂໍເງິນພໍ່ 1,000 ບາທ ແຕ່ພໍ່ບໍ່ໃຫ້ ແຖມຍັງຕຳນິຕົນກັບມາວ່າ ຕົນນັ້ນໃຊ້ເງິນບໍ່ເປັນ ມັກໃຊ້ເງິນໄປຊື້ຂອງທີ່ບໍ່ຈຳເປັນ ດ້ວຍຄວາມໂມໂຫຕົນຈຶ່ງເດິນເຂົ້າໄປໃນບ້ານ ແລ້ວໄປຍິບປືນ ກ່ອນໃຊ້ດ້າມປືນຕີພໍ່ ແລະໃຊ້ປືນຍິງພໍ່ຈນເສຍຊີວິດ

 

ຂ່າວທົ່ວໄປ