ປະເທດອົດສະຕຣາລີ ພູມໃຈຫຼາຍທີ່ຈະແບ່ງປັນເລື່ອງລາວຂອງ ທ່ານໝໍ ເພັດສະໝອນ ອິນດາຣາ, ໝໍຕາຄົນທໍາອິດຂອງ ສປປ ລາວ ທີ່ໄດ້ຖືກຄັດເລືອກໃຫ້ເປັນວິລະບູລຸດດ້ານສຸຂະພາບຕາ. ທ່ານໝໍ ເພັດສະໝອນ ມີປະສົບການເຮັດວຽກໃນຂະແໜງການຫຼາຍກວ່າ 16 ປີ
ແລະ ໃນໄລຍະ 5 ປີທໍາອິດ, ທ່ານໝໍ ໄດ້ອຸທິດຕົນເອງໃນການກວດວັດແທກສາຍຕາໃຫ້ຄົນເຈັບ 35,325 ຄົນ ແລະ ຜ່າຕັດ 3,069 ກໍລະນີ. ນອກນັ້ນ, ທ່ານໝໍຍັງໄດ້ແບ່ງເວລາຢ່າງໜ້ອຍສອງເດືອນຕໍ່ປີ ເພື່ອໄປຢ້ຽມຢາມບັນດາໝູ່ບ້ານຢູ່ເຂດຫ່າງໄກສອກຫຼີກເພື່ອໃຫ້ບໍລິການພໍ່ແມ່ພີ່ນ້ອງທີ່ບໍ່ສາມາດເຂົ້າເຖິງການບໍລິການໃນເມືອງໄດ້.
ຕັ້ງແຕ່ປີ 2005, ທ່ານໝໍເພັດສະໝອນ ໄດ້ເລີ່ມຮັບໜ້າທີ່ເປັນຫົວໜ້າໜ່ວຍງານຕາຂອງໂຮງໝໍແຂວງອຸດົມໄຊ ເຊິ່ງຕັ້ງຢູ່ເຂດພາກເໜືອຂອງ ສປປ ລາວ. ອົດສະຕຣາລີພູມໃຈຫຼາຍທີ່ໄດ້ໃຫ້ການສະໜັບສະໜູນບຸກຄົນຄືທ່ານໝໍເພັດສະໝອນ ໃນການເຮັດວຽກຮ່ວມກັບມູນນິທິເຟຼດໂຮໂລ ໂດຍຜ່ານໂຄງການຮ່ວມມືອົງການຈັດຕັ້ງສາກົນທີ່ບໍ່ຂຶ້ນກັບລັດຖະບານຂອງອົດສະຕຣາລີ (ANCP).
ມູນນິທິເຟຼດໂຮໂລ ໄດ້ຊ່ວຍຄົນລາວ 106,000 ກວ່າຄົນໃຫ້ກັບມາ ເບິ່ງເຫັນໄດ້ອີກຄັ້ງ ເຊິ່ງເປັນຜົນມາຈາກການເຮັດວຽກຢ່າງບໍ່ຮູ້ອິດເມ່ືອຍ ແລະ ນ້ໍາໃຈຄວາມຮັບຜິດຊອບສູງຈາກວິລະບູລຸດໝໍຕາຄືທ່ານໝໍ ເພັດສະໝອນ. ພວກເຮົາເຊື່ອວ່າໂຄງການປ້ອງກັນພະຍາດດັ່ງກ່າວນີ້ຈະສືບຕໍ່ແກ້ໄຂບັນຫາພະຍາດຕາບອດທີ່ສາມາດປ້ອງກັນໄດ້ໃນ ສປປ ລາວ.