ການຮຽນເປັນສິ່ງສຳຄັນ ແຕ່ທຶນຮອນໃນການສຶກສານັ້ນກໍເປັນປັດໃຈສຳຄັນຫນຶ່ງໃນການຮ່ຳຮຽນ ອີກເລຶ່ອງຫນຶ່ງທີ່ຖຶວ່າຫນ້າເສຍດາຍສຸດໆ
ກ່ຽວກັບຄອບຄົວຫນຶ່ງທີ່ມີກັນ 2 ແມ່ລູກ ແມ່ ແລະ ລູກສາວ ເຊິ່ງລູກສາວເປັນຄົນທີ່ຮຽນເກັ່ງ ໄດ້ຄະແນນ ເກດສູງ ມາຕະຫລອດ ແຕ່ດ້ວຍຖານະ ເສດຖະກິດຄອບຄົວບໍ່ຄ່ອຍດີ ຜູ້ເປັນແມ່ບໍ່ສາມາດສົ່ງລູກຮຽນຕໍ່ໄດ້ ພວກເຂົາອາໃສຢູ່ເຮຶອນຫລັງເກົ່າໆ ຮ້າງໆ ແຖມຜູ້ເປັນແມ່ຍັງປ່ວຍເປັນພະຍາດສະເກັດເງິນ ພໍ່ແຍກທາງໄປດົນແລ້ວ ບໍ່ຕິດຕໍ່ ບໍ່ສົ່ງເສຍ ຍິງຄົນນີ້ຊຶ່ກວາງ ນາງມີເອຶ້ອຍ ແຕ່ ກໍແຍກອອກເຮຶອນໄປຢູ່ບ່ອນອື່ນແລ້ວ ຄວາມຫວັງດຽວຂອງຜູ່ເປັນແມ່ແມ່ນຢູ່ກັບລູກສາວຄົນນີ້
ແຕ່ກໍໂຊກດີ ກວາງເປັນຄົນດຸຫມັ່ນ ສອບເສັງໂອເນັດໄດ້ເປັນທີ 1 ຂອງຈັງຫວັດສຸໂຂໄທ ຮຽນໄດ້ເກດສະເລ່ຍ 4.00 ມາຕະຫລອດ , ຕອນຮຽນຊັ້ນ ມ 5 ແມ່ບອກກັບກວາງວ່າໃຫ້ພັກການຮຽນ ເພາະບໍ່ມີເງິນສົ່ງເສຍຮຽນ ກວາງຈໂ່ງຫາທາງອອກໂດຍການໄປເຮັດວຽກໃກ້ໆກັບໂຮງຮຽນ ທີ່ຈະເຂົ້າຮຽນໃນອານາຄົດ
ກວາງໄປຂໍສະຫມັກໃນຮ້ານອາຫານຄົວພິກຸນ ໃນອຳເພີເມຶອງ ຈັງຫວັດອຸຕາລະດິດ ເລີ່ມເຂົ້າວຽກ 4 ໂມຄແລງ ຮ້ານປິດ 5 ທຸ່ມ ແຕ່ຕ້ອງຊ່ວຍເກັບຮ້ານ ປະມານ ຕີ 2-3 ການພັກຜ່ອນແຕ່ລະຄຶນບໍ່ພຽງພໍເລີຍ ແຕ່ກໍພະຍາຍາມຕັ້ງໃຈເຮັດວຽກ ເພຶ່ອແມ່ ແລະ ອານາຄົດ
ຄລິບ