ຫາໃຫ້ເຈີເຈົ້າຕ້ອງການຫຍັງແລ້ວໃຊ້ຊີວິດ30%ຂອງເຈົ້າໃຫ້ຄຸ້ມຄ່າ

ຫາໃຫ້ເຈີເຈົ້າຕ້ອງການຫຍັງແລ້ວໃຊ້ຊີວິດ30%ຂອງເຈົ້າໃຫ້ຄຸ້ມຄ່າ

ມີນັກທຸລະກິດຊື່ດັງທ່ານໜຶ່ງເລົ່າໄວ້ວ່າ ຕະຫຼອດເວລາທີ່ເຮັດທຸລະກິດມາທັງໝົດຂອງຊີວິດ ລາວມີເງິນຫຼາຍພຽງພໍຈົນສາມາຫາເລາະຊື້ບ້ານຊື້ເຮືອນ ຕັ້ງແຕ່ເໜືອຮອດໃຕ້ ຈົນມີເຮືອນຫຼາຍກ່ວາ 10ຫຼັງຕາມຕົວເມືອງໃຫຍ່ໆ ແຕ່ໃນ 1ປີ ລາວບໍ່ສາມາດນອນໃຫ້ຄົບທຸກຫຼັງໄດ້, ກົງກັນຂ້າມຄົນທີ່ໄດ້ນອນ ແລະ ໃຊ້ຊີວິດຢູ່ເຮືອນທີ່ລາວຊື້ໄວ້ແມ່ນຄົນຮັບໃຊ້ທີ່ມີຢູ່ຕາມເຮືອນຂອງລາວເກືອບທຸກຫຼັງໃນທົ່ວປະເທດ ຢ່າງມີຄວາມສຸກ

ໃນຂະນະທີ່ລາວເປັນເຈົ້ານາຍແຕ່ຕ້ອງເຮັດວຽກໜັກຫາມເຊົ້າຫາມຄໍ່າຢູ່ໃນຕົວເມືອງໃຫຍ່ ແຕ່ລະມື້ຕ້ອງອອກໄປພົບເຈີກັບສະພາບລົດຕິດນັບ 3-4ຊົ່ວໂມງ ແລະ ອາໃສຢູ່ໃນຄອນໂດທີ່ມີຂະໜາດນ້ອຍບໍ່ໄດ້ເຄິ່ງໜຶ່ງຂອງບ້ານພັກຕາກອາກາດທີ່ລາວຊື້ໄວ້.

ໂຊກຮ້າຍເຫຼືອເກີນ ຂະນະທີ່ຊີວິດລາວກໍາລັງດີ ຫາເງິນໄດ້ເປັນກອບເປັນກໍາ ລາວເລີ່ມປ່ວຍດ້ວຍໂລກຂອງຄົນລວຍ ນັ້ນຄື ໂລກມະເລັງ ຈົນໃນທີ່ສຸດລາວຕ້ອງເຂົ້າຮັບການຮັກສາດ້ວຍການສາຍແສງເຮັດຄີໂມ ຈົນຜົມຫຼົ່ນ, ຊ່ວງນັ້ນລາວແນມເຫັນສະພາບຂອງຕົນເອງນອນຢູ່ເທິງຕຽງ ຮູ້ສຶກຕົວວ່າເວລາຊີວິດເຫຼືອໜ້ອຍລົງນັບມື້ ໃນຊ່ວງທໍາອິດທີ່ລາວບໍ່ສະບາຍກໍມີຄົນທະຍອຍເຂົ້າມາຢ້ຽມຢາມຢູ່ຕະຫຼອດ ແຕ່ດົນໄປກໍ່ຈາງຫາຍໄປຕາມການເວລາ ບໍ່ມີໃຜຢາກເຫັນສະພາບຂແງລາວແລ້ວໃນຕອນນີ້ ແລະ ລາວເອງກໍ່ບໍ່ຕ້ອງການໃຫ້ໃຜເຫັນຕົນເອງເຊັ່ນດຽວກັນ, ຈຶ່ງຕັດສິນໃຈຈະຂໍຈາກໂລກນີ້ໄປກັບສະພາບແບບນີ້ ແບບທີ່ບໍ່ຢາກໃຫ້ໃຜເຫັນ

ພາບປະກອບຂ່າວເທົ່ານັ້ນ

ແຕ່ຟ້າປະທານ ມື້ໜຶ່ງທີ່ລາວຕື່ນຂຶ້ນມາເກີດມີຄວາມຮູ້ສຶກບັນລຸທໍາວ່າອັນແທ້ຈິງແລ້ວ ຊີວິດຄົນເຮົາກໍ່ຕ້ອງການພຽງບ່ອນນອນເຜື່ອຮອງຮັບແຜ່ນຫຼັງໄດ້ເທົ່ານັ້ນ, ເງິນທີ່ຫາມາໄດ້ກໍ່ຢູ່ທະນາຄານ, ຊື່ສຽງກໍ່ປຽບເໝືອນກັບສາຍລົມທີ່ພັດມາແລ້ວກໍພັດຜ່ານໄປ, ຊີວິດຄົນເຮົານັ້ນແທ້ຈິງແລ້ວບໍ່ໄດ້ຕ້ອງການຫຍັງຫຼາຍ ເຮົາຕ້ອງການພຽງ ສິ່ງທີ່ເປັນພື້ນຖານທີ່ສຸດ ນັ້ນກໍ່ຄື ຂໍໃຫ້ຜົມກັບມາດົກດໍາຄືເກົ່າ, ຂໍໃຫ້ຄ້ຽວເຂົ້າໄດ້ຢ່າງແຊບຊ້ອຍ ແລະ ກືນລົງຄໍໂດຍບໍ່ເຈັບແສບ; ຂໍພຽງຢາກເຂົ້າຫ້ອງນໍ້າກໍ່ບ່າງໄປເອງໄດ້ໂດຍບໍ່ຕ້ອງມີໃຜມາຊ່ວຍປະຄອງ; ຂໍພຽງນອນລົງເທິງຕຽງເຕັມແຜ່ນລັງໂດຍບໍ່ຕ້ອງຮ້ອງຄວນຄາງດ້ວຍຄອບເຈັບປວດ

ພາບປະກອບເທົ່ານັ້ນ
ເມື່ອຄິດໄດ້ ລາວຈຶ່ງຕັດສິນໃຈສະລະທຸກຢ່າງ ເມື່ອປ່ອຍໄດ້ ວາງລົງ ຕໍ່ມາກໍ່ຫາຍປ່ວຍ, ເຊິ່ງຖືວ່າເປັນໜຶ່ງໃນລ້ານຄົນເທົ່ານັ້ນທີ່ຈະໂຊກດີແບບນີ້. ຫຼັ້ງຈາກນັ້ນ ເມື່ອອກຈາກໂຮງໝໍ ລາວກໍ່ຂາຍເຮືອນທຸກຫຼັງທີ່ມີ ພ້ອມບອກວ່າ ຕອນນີ້ຮູ້ເລີຍວ່າ ສິ່ງທີ່ຈໍາເປັນທີ່ສຸດຂອງຊີວິດ ແມ່ນຫຍັງ ປິ່ນຫຼັງໃຫ້ຄວາມເປັນນັກທຸລະກິດຢ່າງສິ້ນເຊີງ ຕັດສິນໃຈໄປໃຊ້ຊີວິດລຽບງ່າຍໃນຕ່າງແຂວງ ເຮັດກກະເສດອິນຊີ  ບອກລາຄວາມຫຼູຫຼາ ກຽດຕິຍົດ, ຊື່ສຽງ ລາບຍົດ, ຊັບສິນ ອໍານາດ ທີ່ຄົນຍົກຍໍໃຫ້ທັງໝົດ, ເມື່ອຄວາມຕາຍມາຮອດ ສິ່ງເຫຼົ່ານີ້ ກໍ່ຊ່ວຍຫຍັງບໍ່ໄດ້ເລີຍ

ພາບປະກອບເທົ່ານັ້ນ
ທຸກມື້ນີ້ລາວໃຊ້ຊີວິດຢູ່ກັບສິ່ງທີ່ມີຄວາມສຸກ ເປັນຊີວິດທີ່ແສນຈະລຽບງ່າຍ ບໍ່ຕ້ອງການຫຍັງຫຼວງຫຼາຍ ແລະ ບໍ່ສະສົມສົມບັດຫຍັງອີກຕໍ່ໄປ ສິ່ງດຽວທີ່ສະສົມຢູ່ຕອນນີ້ຄື ສຸຂະພາບ. ດັ່ງທີ່ຄົນເຂົາເລົ່າກັນໄວ້ວ່າ: ຄົນຢູ່ເທິງສະຫວັນ ແຕ່ເງິນຢູ່ໃນທະນາຄານ ເປັນຕົ້ນ
ລົດຫຼູລາຄາແພງ 1ຄັນ 70% ຂອງຄວາມໄວນັ້ນເຫຼືອໃຊ້, ໂທລະສັບລຸ້ນຫຼ້າສຸດ 1 ເຄື່ອງ 70% ຂອງຟັງຊັນໃນໂທລະສັບນັ້ນເກືອບຈະບໍ່ໄດ້ໃຊ້ງານ, ພະລາດຊະວັງຫຼັງໃຫຍ່ 1 ຫຼັງ 70% ຂອງພື້ນທີ່ນັ້ນວ່າງເປົ່າ ບໍ່ມີຄົນຢູ່ອາໃສ, ເສື້ອຜ້າເຄື່ອງຂອງເຄື່ອງໃຊ້ໃນບ້ານ 70% ບໍ່ໄດ້ໃຊ້ໄຮ້ປະໂຫຍດ, ເງິນທີ່ຫາມາທັງຊີວິດ 70% ກໍ່ຖິ້ມໄວ້ໃຫ້ຜູ້ອື່ນ ຄົນຫາບໍ່ໄດ້ຢູ່ໃຊ້ ຄົນທີ່ໄດ້ເງິນໄປໃຊ້ກັບບໍ່ຕ້ອງລໍາບາກຫາ, ດັ່ງນັ້ນ ໃຫ້ສະໜຸກກັບການໃຊ້ຊີວິດ 30% ທີ່ເຫຼືອເປັນຂອງເຈົ້າ

ພາບປະກອບເທົ່ານັ້ນ
ຂໍຝາກຂໍ້ຄິດຖິ້ມທ້າຍໄວ້ວ່າ ສຸຂະພາບແຂງແຮງ ແຕ່ກໍ່ຕ້ອງບໍາລຸງ ບໍ່ກະຫາຍ ແຕ່ກໍ່ຕ້ອງດື່ມນໍ້າ ວຸ້ນວາຍສໍ່າໃດ ກໍ່ຕ້ອງປ່ອຍວາງ
ມີເຫດມີຜົນ ແຕ່ກໍຕ້ອງຍອມຄົນ ມີອໍານາດແຕ່ກໍ່ຕ້ອງຮູ້ຈັກຖ່ອມຕົນ, ມີວຽກຫຍຸ້ງສໍ່າໃດແຕ່ກໍ່ຕ້ອງພັກຜ່ອນ, ເລື່ອງເຮັດໃຫ້ກຸ້ມ ຫຼື ອຸກໃຈ ຢ່າເກັບໄວ້ ເວລາທີ່ຍັງຈັບມືຫຼ້ອນໃຫ້ເຊີນໝູ່ມາສັງສັນ ເວລາຍັງກອດໄດ້ໃຫ້ໂອບກອດໃຫ້ຊື່ນໃຈ ເຮັດໜ້າທີ່ພໍ່ ແມ່ ລູກ ຜົວ ເມຍ ອ້າຍ ເອື້ອຍ ນ້ອງ ໝູ່ທີ່ດີຕໍ່ໄປ ເວລາທີ່ຢູ່ນໍາກັນຢ່າຄຽດໃຫ້ກັນງ່າຍ
ຂອບໃຈຂໍ້ມູນຈາກ: Bit Core Tech

ສາລະໜ້າຮູ້