ສຳນັກຂ່າວ IRNA ຂອງທາງການອີຣ່ານລາຍງານ ໃນວັນທີ 7 ມັງກອນ 2020 ວ່າ ສະພາແຫ່ງຊາດອີຣ່ານໄດ້ຂື້ນບັນຊີດຳ ກະຊວງປ້ອງກັນປະເທດອາເມຣິກາ ຫລື ເພນຕາກອນ ລວມເຖິງກອງທັບອາເມຣິກາ (US Armed Forces) ໃນຖານະອົງກອນກໍ່ການຮ້າຍ ອັນເປັນຄວາມຄືບຫນ້າທີ່ສະພາແຫ່ງຊາດອີຣ່ານ ຮຽກປະຊຸມສຸກເສີນຫລັງອາເມຣິກາມີປະຕິບັດການໂຈມຕີທາງອາກາດຂ້ານາຍພົນກັສເຊັມ ໂຊເລມານີ
ລາຍງານຈາກສື່ທ້ອງຖິ່ນລະບຸວ່າສະມາຊິກສະພາແຫ່ງຊາດອີຣ່ານໄດ້ອະນຸມັດການຂື້ນສະຖານະ ກອງທັບອາເມຣິກາລວມເຖິງ ເຈົ້າຫນ້າທີ່ໃນກະຊວງປ້ອງກັນປະເທດ ຫນ່ວຍງານພາຍໃຕ້ສັງກັດເພນຕາກອນລວມເຖິງບັນດານາຍພົນ ແລະນາຍທະຫານລະດັບຜູ້ບັນຊາການທັງຫມົດ ເປັນສະມາຊິກຂອງ ອົງກອນກໍ່ການຮ້າຍ
ກ່ອນຫນ້ານີ້ ເມື່ອຊ່ວງຕົ້ນເດືອນເມສາປີ 2019 ທີ່ຜ່ານມາອາເມຣິກາໄດ້ປະກາດໃຫ້ກອງກຳລັງພິທັກການປະຕິວັດອິສລາມ (IRGC) ຊື່ງເປັນກອງກຳລັງທະຫານໃນສັງກັດກອງທັບອີຣ່ານທີ່ປະຕິບັດການທັງໃນອີຣ່ານ ແລະຕ່າງປະເທດ ຊື່ງເປັນອົງກອນທີ່ສຳຄັນ ແລະຂື້ນກົງກັບຢາຕອລເລາະຫ ອາລີ ຄາເມເນອີ ຜູ້ນຳສູງສຸດຂອງອີຣ່ານໂດຍກົງເປັນ ອົງກອນກໍ່ການຮ້າຍໃນຕ່າງປະເທດ
ອີກປະການຫນຶ່ງ ກ່ອນຫນ້ານີ້ຫລັງການທີ່ອາເມຣິກາຂື້ນທະບຽນຫນ່ວຍ IRGC ຂອງອີຣ່ານ ລັດຖະບານເຕຫະຣານໄດ້ຕອບໂຕ້ອາເມຣິກາ ດ້ວຍມາດຕະການດຽວກັນ ຄືການຂື້ນບັນຊີກອງບັນຊາການກາງຂອງອາເມຣິກາ (CENTCOM) ເປັນກຸ່ມກໍ່ການຮ້າຍເຊັ່ນກັນ