ຈົ້າໜ້າທີ່ຕຳຫຼວດ ສົມທົບກັບຈາລະຈອນເມືອງ ຈຳພອນ ຊຸດປາມປາບ ໄດ້ສະກັດດກັກ ກຸ່ມລົດຈັກຄາລະວານທີ່ບໍ່ໄດ້ຮັບອະນຸຍາດຈາກພາກສ່ວນໃດ ຈຳນວນ 200-300 ກວ່າຄັນ ເປັນລົດດັດສະພາບ ໃນອາທິດທີ່ຜ່ານມາ
ສະຖານທີ່ນັກກຸ່ມແມ່ນ ອ່າງນຳ້ສຸຍ ເມືອງຈຳພອນ ແຂວງ ສະຫວັນນະເຂດ ເນື່ອງຈາກໃດ້ຮັບຮ້ອງຮຽນມາຈາກປະຊາຊົນ ວ່າກຸ່ມດັ່ງກ່າວ ສ້າງຄວາມວຸ້ນວາຍຂີ່ເປັນແກ້ງ ແລະ ໃຊ້ສຽງທໍ່ດັ່ງເກີນເຫດ ຂີ່ລົດແຂ່ງກັນ ສ້າງຄວາມລຳຄານໃຫ້ປະຊາຊົນທີ່ນຳໃຊ້ລົດໃຊ້ຖະໜົນ
ຊົມເຊີຍເຈົ້າໜ້າທີ່ຫຼາຍໆ ທີ່ປະຕິບັດໜ້າທີ່
Tags: ບັນຫາສັງຄົມ, ແຂ່ງລັດ, ແຂ່ງລົດ, ແຂວງ ສະຫວັນນະເຂດ