ຊຸບໂຕອ່ອນມະນຸດພັນປີ ທີ່ສືບທອດມາຕັ້ງແຕ່ຣາຊະວົງຖັງ ໃນປັຈຈຸບັນການຄ້າໂຕອ່ອນມະນຸດ ໃນປະເທດຈີນ ຍຫງເປັນສິ່ງຜິດກົດຫມາຍ ມີໂທດສູງສຸດປະຫານຊີວິດກໍຕາມ ແຕ່ຍັງມີບັນດາ ພັດຕະຄານດັງ ຢູ່ມົນທົນກວາງຕຸ້ງ ແລະ ມົນທົນຫູເປີຍ ເມືອງອູຫັ່ນ ຍັງລັກລອບຂາຍຊຸບໂຕອ່ອນມະນຸດ ໃນລາຄາສູງຖ້ວຍລະ 18,000 ຢວນ / ປະມານ 24 ລ້ານກີບ ໃຫ້ກັບບັນດາເສດຖີຈີນ
ເນື່ອງຈາກມີຄວາມເຊື່ອວ່າ ຊຸບໂຕອ່ອນມະນຸດ ເປັນອາຫານບູຮານທີ່ມີອາຍຸ 1,400 ປີ ໂດຍສືບທອດກັນມາແຕ່ຣາຊະວົງຖັງ ເວົ້າກັນວ່າອາຫານດັ່ງກ່າວ ຈະຊ່ວຍເພີ່ມສະຫມັດຕະພາບທາງເພດຊາຍ ແລະ ຍັງບຳລຸງຮ່າງກາຍ ບຳລຸງກຳລັງ ຊ່ວຍລົດຄວາມແກ່ ຖືເປັນຢາອາຍຸວັດທະນະ ເປັນອີກອາຫານທີ່ເສດຖີຈີນໄຝຫາມາລອງກິນຈັກເທື່ອໃນຊີວິດ
ມີລາຍງານວ່າ ບັນດາພັດຕະຄານຕ່າງໆ ມີການລັກລອບຊື້ໂຕອອ່ນມະນຸດຈາກ ຄຣີນິກທຳແທ້ງເຖື່ອນທົ້ວປະເທດຈີນ ເພື່ອນຳມາຕຸ໋ນກັບເຄື່ອງຢາສະຫມຸນໄພຈີນຕ່າງໆ ມີ ເກົ໋າກີ້ ຮ່ວຍຊົວ ຕັງຖັ່ງເຊົ່າ ໂສມ ແປະກ໊ວຍ ບົວຫີມະ ລຳໄຍແຫ້ງ ຊວນກຽງ ປັກຄີ້ ພຸດທາຈີນ ຮາກບົວ ແລະ ອື້ນໆ ໂດຍໃຊ້ເວລາຕຸ໊ນ 7-8 ຊົ່ວໂມງ