ຮຽກໄດ້ວ່າ ກຳລັງເປັນກະແສ ທີ່ສ້າງຄວາມຕື່ນໂຕໃຫ້ກັບຄົນໄທ ໃນປັດຈຸບັນນີ້ ເມື່ອຫ້າງຮ້ານຕ່າງໆ ພາກັນງົດແຈກຖົງຢາງ (ຖົງພລາສຕິກ) ເຊິ່ງເລີ່ມຕັ້ງແຕ່ວັນທີ 1 ມັງກອນ 2020.
ສະນັ້ນ ຈຶ່ງເຮັດໃຫ້ຄົນໄທຫຼາຍໆຄົນ ຕ່າງກໍພາກັນນຳພາຊະນະ, ອຸປະກອນຕ່າງໆ ໄປໃສ່ເຄື່ອງຂອງຢູ່ຫ້າງ, ບາງຢ່າງກໍເຂົ້າທ່າດີ, ແຕ່ຢ່າງ… ເມື່ອເຫັນແລ້ວ ທ່ານອາດຄິດວ່າ ແບບນີ້ ກະໄດ້ຫວາ?
ອຸປະກອນຕ່າງໆ ທີ່ຜູ້ຄົນນຳມາໃຊ້ແບບແປກໆ ກໍມີຕັ້ງແຕ່ ຖັງນຳ້, ເປົາປຸ໋ຍ, ມຸ້ງຕາກຊີ້ນ ຫຼື ແມ່ນແຕ່ລໍ້ຂົນຊາຍ. ນອກຈາກກະແສງົດແຈກຖົງຢາງແລ້ວ ກໍຍັງມີຫຼາຍສຽງແນະນຳວ່າ ຖ້າສະດວກ ກໍຄວນຖືຈອກໄປເອງ ເພື່ອຫຼຸດປະລິມານຂີ້ເຫຍື້ອໄດ້ອີກທາງໜຶ່ງ.