ຖິ່ນລໍາພອນໄດ້ຮັບລາງວັນໃນເວທີ HALOMUS 2020 ປະເທດຫວຽດນາມ

ຖິ່ນລໍາພອນໄດ້ຮັບລາງວັນໃນເວທີ HALOMUS 2020 ປະເທດຫວຽດນາມ

ອີກໜຶ່ງສາວງາມ ໂຕນ້ອຍ ແຕ່ມີນໍ້າສຽງຊົງພະມ່ວນ ເປັນເອກກະລັກ ຮ້ອງໄດ້ທຸກແນວເພງ ບໍ່ວ່າຈະ ລູກທົ່ງ, ສະຕິງ, ແລັບ ແລະ ອື່ນໆ ກັບ ສາວ ດອກຫຍ້າ ຖິ່ນລໍາພອນ ທີ່ມີຜົນງານເພງຮ້ອງຫຼາກຫຼາຍສຽງເພງ ໃນເມື່ອກ່ອນຮ້ອງລູກທົ່ງ ປັດຈຸບັນຫັນມາປ່ຽນແນວຮ້ອງເພງສະຕິງ ຈັງຫວະທີ່ມ່ວນໆສະຕາຍໄວໜຸ່ມ ກັບ ຊາມິໂອ ເພງ: ນານານາ, ຫຼອກກັນ  ທີ່ຖືວ່າເປັນກະແສ ເຮັດໃຫ້ຄົນຮູ້ຈັກສາວຄົນນີ້ເພີ່ມຂຶ້ນໄປ ແລະ ຕິດຕາມຫຼາຍສົມຄວນ

ຫຼ້າສຸດ ສາວຄົນນີ້ກໍໄດ້ໄປຂຶ້ນເວທີຮ້ອງເພງງານ HALOMUS 2020 ຢູ່ປະເທດເພື່ອນບ້ານທີ່ຫວຽດນາມ ໄດ້ຮັບລາງວັນ International Music Festival ມາຝາກຄົນລາວ ແລະ ເປັນສິ່ງໜຶ່ງທີ່ເປັນໜ້າເປັນຕາໃຫ້ກັບປະເທດ ເປັນກໍາລັງໃຈໃຫ້ສາວ ຖິ່ນລໍາພອນ ໄດ້ພິສູດແລ້ວວ່າຄົນລາວກໍເກັ່ງ ແລະ ມີຄວາມສາມາດຄືກັນ

ງານ HALOMUS 2020 ນີ້ມີນັກຮ້ອງມາຈາກ 7 ປະເທດເຂົ້າຮ່ວມ ຈັດຂຶ້ນລະຫວ່າງວັນທີ 10-11 ມັງກອນ 2020.

ສາວ ຖິ່ນລໍາພອນ ໄດ້ໂພສຂໍຂອບໃຈອາຈານ ແລະ ກຳມະການທີ່ໃຫ້ໂອກາດຜູ້ນ້ອຍໄດ້ສະແດງຄວາມສາມາດໃນເວທີອັນຊົງກຽດແຫ່ງນີ້ ແລະ ຂອບໃຈຫມູ່ເພື່ອນທຸກຄົນທີ່ໃຫ້ກຳລັງຕະຫລອດມາ International Music Festival, HALOMUS 2020., Silver Medal  Vietnam. Halong.

ຍິນດີນໍາເດີ້ຄົນເກັ່ງ ສູ້ຕໍ່ໄປ ແລະ ມີຜົນງານມາໃຫ້ແຟນໆໄດ້ຮັບຊົມ ຮັບຟັງກັນຫຼາຍໆແນ່ເດີ້ ຖ້າຕິຕາມຢູ່

ຂ່າວບັນເທິງ