ເບນ ເລດຊິ່ງ ໂພສໂຫດ ຖ້າໃຜມີບັນຫາກັບຕົນກໍ່ໂທມາ ໄກ່ເກ່ຍໄດ້ເລີຍ

ເບນ ເລດຊິ່ງ ໂພສໂຫດ ຖ້າໃຜມີບັນຫາກັບຕົນກໍ່ໂທມາ ໄກ່ເກ່ຍໄດ້ເລີຍ

ເຮັດໃຫ້ຄົນຕ່າງພາກັນຕົກໃຈກັນເປັນແຖວເລີຍ ສຳຫລັບພາບຫລັງສຸດ ຂອງຫນຸ່ມເບນ ເລດຊິ່ງ ຫລື ອັກຄະລະກິດຕິ ວໍລະໂລດຈະເລີນເດດ ອະດີດສາມີຂອງນັກສະແດງສາວສວຍ ແພດ ນະປະພາ ຕັນຕະກູນ ທັງເປັນພໍ່ຂອງ ນ້ອງເລດຊິ່ງ

ຫລັງຈາກນີ້ສາວແພດ ລາວກໍ່ໄດ້ອອກມາຕອບຄຳຖາມເຖິງຮູບແຟນໃຫມ່ທີ່ມີຮູບຫລຸດໄປກິນເຂົ້ານຳກັນວ່າ ທັ້ງຄູ່ກຳລັງຢູ່ໃນໄລຍະລົມແລະສຶກສາເບິ່ງໃຈກັນຢູ່ໃນເວລານີ້ ແລະເລື້ອງນີ້ຄົນກໍ່ຊີ້ເປົ້າກັບໄປເບິ່ງປະຕິກິລິຍາຂອງຫນຸ່ມເບນວ່າ ເປັນແນວໃດກັບປະເດັນຂ່າວນີ້

ແຕ່ກໍ່ຍ້ອນວ່າະມີຄົນສ່ວນຫລາຍຊີ້ເປ້າໄປກ່ຽວໂຍງກັບໜຸ່ມເບນ ງານນີ້ເຈົ້າຕົວກໍ່ເລີຍອອກມາລົງຮູບພາບພ້ອມກັບແຄບຊັ່ນສຸດໂຫດລົງໃນໄອຈີຂອງຕົວເອງວ່າ “ຖ້າເຈົ້າມີປັນຫາຫຍັງກັບຂ້ອຍໂທຫາຂ້ອຍໄດ້.. ແຕ່ຖ້າເຈົ້າບໍ່ມີເບີຂ້ອຍ ແສດງວ່າເຈົ້າຍັງບໍ່ຮູ້ຈັກຂ້ອຍດີພໍ ທີ່ຈະມີປັນຫາກັບຂ້ອຍ

ຮຽກວ່າງານນີ້ກໍ່ຄົງເປັນໂພສທີ່ເຮັດໃຫ້ຊາວເນັດສາຍເຜືອກຫລາຍ ໆ ຄົນຕ້ອງອ້າປາກຄ້າງກັນ ເອົາເປັນວ່າກໍ່ບໍ່ໄປຄອມເມັນ ຖາມເລື້ອງຄວາມສຳພັນຂອງທັ້ງຄູ່ກັນອີກ ປ່ອຍໃຫ້ເປັນເລື້ອງຂອງຄອບຄົວເຂົາເຈົ້າຈະດີກ່ວາ

ສາລະໜ້າຮູ້