ໃນກອງປະຊຸມຄະນະຮັບຜິດຊອບລະດັບຊາດ ຄັ້ງທີ IV ງານມະຫາກໍາກິລາແຫ່ງຊາດ ຄັ້ງທີ XI ຈັດຂຶ້ນໃນລະຫວ່າງວັນທີ 7-8 ມັງກອນ 2020 ທີ່ຫ້ອງວ່າການປົກຄອງແຂວງ ຊຽງຂວາງ ໂດຍການເປັນປະ ທານຮ່ວມຂອງ ທ່ານ ນາງ ແສງເດືອນ ຫລ້າຈັນທະບູນ, ລັດ ຖະມົນ ຕີກະຊວງ ສຶກສາທິການ ແລະ ກິລາ ແລະ ທ່ານ ບຸນຕົ້ນ ຈັນທະພອນ, ເຈົ້າແຂວງໆ ຊຽງຂວາງ, ປະທານຄະນະຮັບຜິດຊອບຈັດງານມະຫາກໍາກິລາແຫ່ງຊາດ ຄັ້ງທີ XI.
ຈາກການລາຍງານຂອງ 11 ກໍາກະການເພື່ອກະກຽມໃຫ້ແກ່ງານກິລາແຫ່ງຊາດ ຄັ້ງທີ XI ເຫັນວ່າທຸກວຽກງານມີຄວາມຄືບໜ້າຢ່າງຕໍ່ເນື່ອງ ໂດຍສະເພາະການກະກຽມສະໜາມກິລາຂອງແຂວງທີ່ສ້າງຂຶ້ນໃໝ່ທີ່ສາມາດບັນຈຸຜູ້ຊົມໄດ້ປະມານ 20.000 ຄົນເພື່ອນໍາໃຊ້ເຂົ້າໃນພິທີເປີດ-ປິດງານ ສໍາເລັດແລ້ວເກືອບຮ້ອຍສ່ວນຮ້ອຍ, ເຫລືອພຽງແຕ່ການຕົບແຕ່ງປະດັບປະດາ,ການຕິດຕັ້ງລະບົບຕາຄ່າຍໄຟຟ້າ ແລະ ລະ ບົບໄຟເຍືອງທາງເຂົ້າສູ່ສະໜາມ ແລະ ວຽກອື່ນຯ ຈໍານວນໜຶ່ງ.
ງານມະຫາກໍາກິລາແຫ່ງຊາດ ຄັ້ງທີ XI ທີ່ແຂວງ ຊຽງຂວາງ ໄດ້ຮັບກຽດເປັນເຈົ້າພາບ ຈະຈັດຂຶ້ນຢ່າງເປັນທາງການໃນລະຫວ່າງວັນ ທີ 22 ມີນາ-1 ເມສາ 2020 ໂດຍຈະຈັດຂຶ້ນພ້ອມກັບການສະເຫລີມສະຫລອງວັນສ້າງຕັ້ງພັກປະ ຊາຊົນປະຕິວັດລາວ ວັນທີ 22 ມີນາ ຄົບຮອບ 65 ປີ ແລະ ການສະເຫລີມສະຫລອງທົ່ງໄຫຫີນແຂວງ ຊຽງຂວາງ ເຂົ້າເປັນມໍລະດົກໂລກ, ຈະມີແຂ່ງຂັນທັງໝົດ 28 ປະເພດກິລາ ຄື: ແລ່ນ-ລານ, ບານເຕະ, ບານບ້ວງ, ບານສົ່ງ-ບານສົ່ງຫາດ ຊາຍ, ກະຕໍ້-ຊິນລອນ, ເຕັນນິສ, ປິງປ໋ອງ, ເປຕັງ, ດອກປີກໄກ່, ລອຍນ້ຳ, ຍິງປືນ, ໝາກເສິກ, ເທັກຄວັນໂດ, ວູຊູ, ປັນຈັກສີລັດ, ຢູໂດ, ກາຣາເຕໂດ, ມວຍສາກົນ, ມວຍປ້ຳ, ມວຍລາວ, ຊ່ວງເຮືອ, ກ໊ອຟ, ໝາກເສິກ, ໜ້າເກັກ-ຍິງທະນູ, ໝາກແລ້, ລົດຖີບ, ໂບລິ້ງ ແລະ ສະນຸກເກີ.ນອກນີ້ຍັງມີ 1 ກິລາສາທິດ ຄື: ຣັກບີ້,
ສໍາລັບ ການແຂ່ງຂັນຄັ້ງນີ້ຈະມີນັກກິລາຈາກ 20 ພາກສ່ວນ ຄື: 1 ນະຄອນຫລວງ, 17 ແຂວງ ແລະ 2 ກະຊວງເຂົ້າຮ່ວມແຂ່ງຂັນ. ມີຊີງໄຊທັງໝົດ 385 ຫລຽນຄໍາ, 385 ຫລຽນເງິນ ແລະ 627 ຫລຽນທອງ. ກໍານົດເອົາໄຫຫີນເປັນສັນຍາລັກ ແລະ ນົກແອ່ນເປັນສັດນໍາໂຊກ.
ໂດຍ: ບຸນຕຽງ ຈັນທະວົງ ແລະ Lao National Radio
ໝາຍເຫດ: ຮູບບັນຍາກາດການແຂ່ງຂັນກິລາແຫ່ງຊາດ ຄັ້ງທີ 10 ທີ່ອຸດົມໄຊ ຂອງທີມງານຖ່າຍປີ 2014