ເັດກ 2 ປີເອົາເຫຼັກຕະປູແຍ່ປັກໄຟ ໄຟໄໝ້ແຂນ ເພາະຖືກປ່ອຍໄວ້ຄົນດຽວ

ເັດກ 2 ປີເອົາເຫຼັກຕະປູແຍ່ປັກໄຟ ໄຟໄໝ້ແຂນ ເພາະຖືກປ່ອຍໄວ້ຄົນດຽວ

ເວັບໄຊເວິລດອອຟບັຊລາຍງານ ເມື່ອວັນທີ່ 21 ມັງກອນ 2020 ວ່າ ອຸທາຫອນເຕືອນໄພພໍ່ແມ່ຜູ້ປົກຄອງທີ່ມີລູກຫລານຢູ່ໃນອາຍຸກຳລັງດື້ ໂດຍເດັກຍິງຊາວຈີນ ອາຍຸ 2 ປີ ຖືກປະໃຫ້ຫລີ້ນຕາມລຳພັງ ຈົນຖືກໄຟຟ້າຊ໊ອດຢ່າງຮຸນແຮງສ້າງຄວາມເຈັບປວດທໍລະມານແກ່ເດັກນ້ອຍ

ເຫດການສະເທືອນໃຈດັງກ່າວເກີດຂື້ນທີ່ມົນທົນຫລຽວຫນິງ ທາງຕາເວັນອອກສຽງເຫນືອຂອງຈີນ ໂດຍໃນວັນເກີດເຫດ ເດັກຍິງອາຍຸ 2 ປີ ນັ່ງຫລີ້ນຢູ່ຕາມລຳພັງພາຍໃນຫ້ອງນອນຂອງແມ່ຕູ້ ຂະນະທີ່ແມ່ກຳລັງຫຍຸ້ງກັບການເຮັດວຽກບ້ານ ແມ່ແວະເຂົ້າມາເບີ່ງລູກຄັ້ງຫນື່ງ ແລະພົບເຫັນລູກນ້ອຍຖືຕະປູ 2 ດອກຢູ່ໃນສອງມື ແມ່ຮີບດຶງຕະປູອອກມາຈາກມືລູກ ບອກວ່າຫ້າມຫລີ້ນ ແລະນຳຕະປູໄປວາງເອົາໄວ້ເທີງຈຸດທີ່ສູງເກີນກວ່າລູກຈະຢື້ມືເຖິງ ຫລັງຈາກນັ້ນກໍ່ກັບອອກໄປເຮັດວຽກບ້ານຕໍ່ຢ່າງສະບາຍໃຈ ເພາະຄິດວ່າຄົງບໍ່ມີບັນຫາຫຍັງເກີດຂື້ນອີກແຕ່ແມ່ຄິດຜິດ

ຫລັງຈາກນັ້ນບໍ່ດົນ ຜູ້ເປັນແມ່ກໍ່ໄດ້ກິ່ນເໜັນໄຫມ້ລອຍອອກມາຈາກຫ້ອງນອນຂອງແມ່ໂຕເອງ ຈຶ່ງຮີບແລ່ນໄປເບີ່ງທັນທີ ແລະກໍ່ຕ້ອງຕົກຕະລຶງຈົນເກືອບລົ້ມທັງຢືນ ໂດຍເດັກຍິງໂຕນ້ອຍຄົ້ນຫາຕະປູຈົນເຫັນ ແລ້ວໃຊ້ຕະປູດັງກ່າວສຽບລົງໄປໃນລາງປັກໄຟ ຈົນຖືກໄຟຟ້າຊ໊ອດ ແລະໄຟລຸກພຶບຂື້ນມາໄຫມ້ຕາມແຂນ ເດັກລອດຊີວິດມາໄດ້ ແຕ່ອາການບາດເຈັບຂອງເດັກສາຫັດຫລາຍ ແຂນທັງສອງຂ້າງໄຫມ້ດຳ ຜິວຫນັງເປື່ອຍແຕກອອກ ແລະແຄມປາກຖືກໄຟລວກຈົນບວມ ມຸມປາກຂ້າງຫນື່ງຖືກໄຟໄຫມ້ຈົນເປັນສີດຳ ແມ່ຮີບຕັ້ງສະຕິ ແລະພາລູກສົ່ງໂຮງຫມໍທັນທີ

ຈາກການກວດແພດພົບວ່າແຂນທັງສອງຂອງເດັກນ້ອຍ ລວມທັງບໍລິເວນດ້ານລຸ່ມຂອງໃບຫນ້າເປັນແຜໄຟໄຫມ້ລະດັບ 4 ຊື່ງເປັນແຜເລິກເຖິງຊັ້ນໃຕ້ຜິວຫນັງ ແລະກ້າມເນື້ອ ນິ້ວຊີ້ຂ້າງຫນື່ງຂອງເດັກມີອາການຂາດເລືອດຊື່ງອາດນຳໄປສູ່ພາວະຊີ້ນຕາຍໄດ້

ນອກຈາກນີ້ແລ້ວ ທີ່ຮ້າຍໄປກວ່າຄວາມເຈັບປວດທໍລະມານທີ່ເດັກຍິງໄດ້ຮັບກໍ່ຄື ແພດບໍ່ສາມາດຢືນຢັນວ່າເມື່ອເດັກຍິງໃຫ່ຍຂື້ນ ຈະປະສົບບັນຫາກ່ຽວກັບສະຫມອງ ແລະຫົວໃຈເນື່ອງຈາກສຳຜັດກັບໄຟຟ້າຮຸນແຮງໂດຍກົງຫລືບໍ່

ທັງນີ້ ນັບເປັນອຸທາຫອນສຳຄັນຢ່າງຍິ່ງສຳລັບພໍ່ແມ່ທຸກຄົນທີ່ມີລູກນ້ອຍ ເລື່ອງໄຟຟ້າເປັນສິ່ງທີ່ອັນຕະລາຍຫລາຍເດັກອາດເຂົ້າໄປຫລີ້ນກັບປັກໄຟດ້ວຍຄວາມໄຮ້ດຽງສາ ດັງນັ້ນຈື່ງຄວນເຝົ້າເບີ່ງລູກຫລານຢ່າໃຫ້ຄາດສາຍຕາ ລວມທັງເກັບອຸປະກອນທີ່ກ່ຽວຂ້ອງກັບໄຟຟ້າຫລືສິ່ງອື່ນທີ່ເປັນອັນຕະລາຍໃຫ້ພົ້ນມືເດັກ ເພື່ອຫລີກລ້ຽງອັນຕະລາຍທີ່ອາດເກີດຂື້ນໄດ້ທຸກເມື່ອ

 Tagged 

ຂ່າວທົ່ວໄປ