ເຮົາສອງຄົນຈະມີເວລາ ຢູ່ນຳກັນອີກດົນປານໃດ

ເຮົາສອງຄົນຈະມີເວລາ ຢູ່ນຳກັນອີກດົນປານໃດ

ຄົນເຮົາຈະມີເວລາຢູ່ນຳກັນຈັກມື້ ອ່ານໄປຄິດໄປນໍ້າຕາກໍ່ໄຫຼ

ເນື້ອໃນເລື່ອງ ເມັຍຄອບຜົວຈະໄປຄ້າງຈັກຄືນໜຶ່ງແມ່ບໍ່ສະບາຍເຈົ້າຈະຂັບລົດໄປສົ່ງຂ້ອຍແດ່ໄດ້ບໍ່

ຝົນຕົກໜັກແບບນີ້ໄປລົດໂດຍສານບໍ່ສະດວກເລີຍ ສາມີເຊິ່ງໜ້າຕາບູດບຶ້ງມາຕັ້ງຕັ້ງແຕ່ເຊົ້າ

ບໍ່ຕອບພັນລະຍາ ແຕ່ກັບຮ້ອງສຽງດັງຖາມກັບໄປວ່າ

ມື້ວານ ເຈົ້າຊື້ເສື້ອໃໝ່ມາແມ່ນບໍ່ ເຈົ້າຮັບປາກຂ້ອຍແລ້ວເດວ່າຈະບໍ່ໃຊ້ເງິນຟຸມເຟືອຍເຮົາຍັງຕ້ອງ

ຜ່ອນເຮືອນ ຜ່ອນລົດສົ່ງລູກຮຽນ ຄ່າໃຊ້ຈ່າຍຫຼາຍໆ ເປັນຫຍັງ ບໍ່ຊ່ວຍກັນປະຫຍັດ

ພັນລະຍາເວົ້າອອກມາສຽງເບົາໆ ຢ່າງຄົນຮູ້ສຶກຜິດວ່າ

ທີ່ແທ້ ເຈົ້າຄຽດເລື່ອງນີ້ນີ້ເອງ ພັນລະຍາກົ້ມໜ້າຈັດເສື້ອຜ້າມິດໆ ແລ້ວບອກສາມີວ່າ

“ມື້ນີ້ ມີລົດໂດຍສານເຂົ້າເມືອງແຕ່ຖ້ຽວດຽວ ຂ້ອຍຄົງຕ້ອງຮີບໄປແລ້ວແລະ ເຈົ້າບໍ່ຕ້ອງໄປສົ່ງກໍໄດ້

ແລ້ວລາວກໍອອກເຮືອນໄປ ໂດຍທີ່ສາມີບໍ່ສົນໃຈເລີຍ ເພາະຍັງຄຽດຢູ່ຫຼາຍ ປະມານເຄິ່ງຊົ່ວໂມງຜ່ານໄປ

ສາມີໄດ້ຍິນສຽງເອະອະ ຢູ່ຫົນທາງ…ຈຶ່ງອອກໄປເບິ່ງ ແລ້ວຈຶ່ງໄດ້ຍິນຜູ້ຄົນເອີ້ນກັນວ່າ ຝົນທີ່ຕົກໜັກເຊາະຕາຫຼິ່ງ

ຈົນຂົວເຂົ້າເມືອງໄດ້ຂາດລົງມີລົດເມຄັນໜຶ່ງຕົກລົງໄປໃນນໍ້າ ສາມີໄດ້ຍິນດັ່ງນັ້ນຕົກໃຈຫຼາຍ

ກະໂດດອອກຈາກເຮືອນໄປທັນທີ ເມື່ອໄປຮອດແມ່ນໍ້າ  ລົດເມທີ່ຖືກເກັບກູ້ຈາກນໍ້າ ເຫຼືອພຽງຊາກເຫຼັກ

ສໍາພາລະກະເປົາຕ່າງໆ ຂອງຜູ້ໂດຍສານຊະຊາຍ ມີການຫ້າມຮ່າງຂອງຜູ້ເສຍຊີວິດຄົນແລ້ວຄົນເລົາ

ຂຶ້ນມາຈາກແມ່ນໍ້າ ຊາຍໜຸ່ມເຝົ້າເບິ່ງຫາພັນລະຍາ ກໍ່ບໍ່ພົບກໍ່ເສຍໃຈຈົນສິ້ນສະຕິ

ເຝົ້າຖາມໜ່ວຍກູ້ໄພທີ່ເຮັດວຽກຢູ່ວ່າ ເຫັນພັນລະຍາຂ້ອຍແດ່ບໍ່

ລາວໃສ່ເສື້ອສີແດງ ໂສ້ງສີດຳ ທຸກຄົນສ່າຍໜ້າ…ບອກວ່າບໍ່ເຫັນ

ເວລາຜ່ານໄປຈົນເກືອບຄໍ່າ ກູ້ໄພຫຍຸດການເຮັດວຽກ ເພາະບໍ່ມີຜູ້ເສຍຊີວິດ

ທີ່ຫາພົບແລ້ວ ຈຶ່ງບອກຊາຍໜຸ່ມວ່າ ຫັກຫ້າມໃຈສາເດີ ພັນລະຍາເຈົ້າຄົງຖືກນໍ້າພັດໄປໄກແລ້ວ

ຊາຍໜຸ່ມຍ່າງກັບບ້ານ ຄືຄົນບໍ່ມີວິນຍານຮ້ອງໄຫ້ໄປ ຄໍ່າຄວນໄປຕະຫຼອດທາງ ໃນໃຈຂອງເຂົາ ເຝົ້າແຕ່ຄໍ່າຄວນວ່າ

ເປັນຫຍັງ ເຮົາບໍ່ຂັບລົດໄປສົ່ງລາວ ເຮົາໄປດ່າລາວເຮັດຫຍັງວ່າໃຊ້ເງິນຟຸມເຟືອຍ ເສື້ອໂຕດຽວ ມັນຈະລາຄາເທົ່າໃດໜຶ່ງ

ແຕ່ເມື່ອກັບຮອດເຮືອນ ຄາດບໍ່ເຖິງວ່າ ພັນລະຍາ ກັບນັ່ງຢູ່ທີ່ໂຕະກິນເຂົ້າ ມີອາຫານຢູ່ເທິງໂຕະ

ໃນມືລາວ ມີເສື້ອກັນໜາວເກົ່າໂຕໜຶ່ງ ເຊິ່ງລາວກຳລັງຫຍິບແປງ ສາຍເສື້ອທີ່ຂາດຢູ່

ເຈົ້າໄປໃສມາ ພັນລະຍາຍັງເວົ້າບໍ່ທັນຈົບ ສາມີກໍຕົງເຂົ້າໄປກອດລາວຈົນແໜ້ນ

ເຈົ້າເປັນຫຍັງຮ້ອງໄຫ້ເຮັດຫຍັງ ມື້ນີ້ຂ້ອຍມົວເອົາເສື້ອໄປຄືນທີ່ຮ້ານເສຍເວລາອ້ອນວອນໃຫ້ເຂົາຮັບຄືນໄປຫຼາຍ

ເລີຍໄປຂຶ້ນລົດເມບໍ່ທັນ ອາກາດຈະໜາວແລ້ວ ຂ້ອຍເລີຍຮື້ເສື້ອເກົ່າມາແປງ

ກໍພໍໃສ່ໄດ້ອີກຫຼາຍປີ ຂ້ອຍນີ້ບໍ່ໄດ້ເລື່ອງແທ້ໆ ຂອງເກົ່າກໍຍັງມີ ໄປຊື້ຂອງໃຫມ່ມາເຮັດຫຍັງ

ເລື່ອງບາງເລື່ອງເຮົາຄຽດຈົນລືມໄປວ່າ

ມັນບໍ່ສຳຄັນທຽບເທົ່າກັບ ຄວາມສຸກ ຂອງເຮົາເລີຍ ເລື່ອງບາງເລື່ອງ ບໍ່ສຳຄົນເທົ່າກັບ

ຄວາມສຸກ ຂອງຄົນທີ່ເຮົາຮັກເຮົາມີເວລາໃນໂລກນີ້ຈຳກັດເວລາທີ່ໃຊ້ຮ່ວມກັນ

ຍິ່ງຈຳກັດ

ມີຫັຍງທີ່ບໍ່ສຳຄັນຫຼາຍພໍ ກໍຢ່ານຳມາເປັນອາລົມຫຼາຍໆເລີຍ…ກັບເລື່ອງເລັກນ້ອຍ

ສາລະໜ້າຮູ້