ເຈົ້າໜ້າທີ່ ປກສ ເມືອງນາຊາຍທອງ ກັກຕົວ ທ້າວ ບຸນຈັນ ອາຍຸ 58 ປີ ( ຖືກຄະດີສ້ໍໂກງຊັບ ) ຢູ່ບ້ານໜອງຄັນຄູ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ຂໍ້ຫາສໍ້ໂກງຊັບພົນລະເມືອງ ຈຳນວນ 19.100.000 ກີບ ດ້ວຍຮູບການແອບອ້າງແລ່ນເອົາຜູ້ຖືກຫາອອກຈາກຄ້າຍຄຸມຂັງ ໄປດຳເນີນຄະດີໃນວັນທີ 12 ພະຈິກ 2019
ເຫດເກີດຂຶ້ນພາຍຫຼັງໄດ້ຮັບຄໍາຮ້ອງຟ້ອງໃນວັນທີ 21 ຕຸລາ 2019 ຈາກ ນາງ ວຽງຄອນ ອາຍຸ 44 ປີ ບ້ານໜອງຄັນຄູ ເມືອງນາຊາຍທອງ ວ່າ ທ້າວ ບຸນຈັນ (ຄົນບ້ານດຽວກັນ) ໄດ້ສໍ້ໂກງເອົາເງິນ ຈຳນວນ 19.100.000 ກີບ; ໂດຍໄດ້ແອບອ້າງວ່າມີຄວາມສາມາດແລ່ນເອົາພີ່ນ້ອງທີ່ຖືກເຈົ້າໜ້າທີ່ກັກຕົວໃນຂໍ້ຫາການຊື້-ຂາຍຢາເສບຕິດອອກຈາກຄ້າຍຄຸມຂັງ, ເລີ່ມ ເດືອນກໍລະກົດ 2019 ທ້າວ ບຸນຈັນ ໄດ້ມາຫາຕົນ ແລະ ນາງ ທອງວັນ ຢູ່ເຮືອນ ໂດຍການແອບອ້າງວ່າມີຄວາມສາມາດແລ່ນເອົາພີ່ນ້ອງຊື່ ທ້າວ ຄຳປຸ່ນ ທີ່ຖືກເຈົ້າໜ້າທີ່ກັກຕົວໃນຂໍ້ຫາ ຊື້-ຂາຍຢາເສບຕິດປະເພດຢາບ້າ ອອກຈາກຄ້າຍຄຸມຂັງໄດ້; ຈາກນັ້ນ, ຕົນກັບ ນາງ ທອງວັນ ຈຶ່ງໄດ້ຕົກລົງໃຫ້ ທ້າວ ບຸນຈັນ ດຳເນີນການແລ່ນເອກະສານເອົາ ທ້າວ ຄຳປຸ່ນ ອອກຈາກຄ້າຍຄຸມຂັງ, ເບື້ອງຕົ້ນແມ່ນໄດ້ຈ່າຍເງິນໃຫ້ ທ້າວ ບຸນຈັນ ຈໍານວນ 1.500.000 ກີບ.
ມາວັນທີ່ 10 ສິງຫາ 2019 ເວລາປະມານ 19:00 ໂມງ ທ້າວ ບຸນຈັນ ໄດ້ມາຫາຕົນຢູ່ເຮືອນ ບອກວ່າຕ້ອງການເງິນຕື່ມອີກ ຈໍານວນ 1.000.000 ກີບ ຄັ້ງນີ້ ທ້າວ ບຸນຈັນ ໄດ້ອ້າງວ່າເອກະສານກຳລັງແລ່ນຢູ່ ບໍ່ມີເງິນໃສ່ນໍ້າມັນລົດໄປຕິດຕາມເບິ່ງເອກະສານນໍາເຈົ້າໜ້າທີ່; ຕໍ່ມາ, ວັນທີ 15 ສິງຫາ 2019 ເວລາປະມານ 20:00 ໂມງ ທ້າວ ບຸນຈັນ ໄດ້ກັບມາຫາຕົນຢູ່ເຮືອນ ແລ້ວເວົ້າວ່າ: ຕ້ອງໄດ້ຈ່າຍເງິນໃຫ້ເຈົ້າໜ້າທີ່ ຜູ້ທີ່ແລ່ນເອກະສານ ຈຳນວນ 4.000.000 ກີບ ມາວັນທີ 18 ສິງຫາ 2019 ເວລາປະມານ 17:00 ໂມງ ທ້າວ ບຸນຈັນ ໄດ້ມາຫາຕົນອີກ ໂດຍອ້າງວ່າເງິນຊຸດກ່ອນບໍ່ພໍໃຫ້ເຈົ້າໜ້າທີ່ ຈຶ່ງຂໍເງິນຕື່ມອີກຈໍານວນ 1.000.000 ກິບ.
ມາວັນທີ 20 ສິງຫາ 2019 ເວລາປະມານ 17:00 ໂມງ ທ້າວ ບຸນຈັນ ມາຫາຢູ່ເຮືອນ ເພື່ອມາຂໍເງິນ ຈຳນວນ 600.000 ກີບ ຄັ້ງນີ້ເປັນຄ່ານໍ້າມັນລົດໄປຕິດຕາມເອກະສານ ວັນທີ 23 ສິງຫາ 2019 ເວລາປະມານ 18:00 ໂມງ ມາເອົາເງິນ ຈຳນວນ 3.000.000 ກີບ ອ້າງວ່າ ເປັນເງິນຄ່າຕິດຕາມເອກະສານ ມາວັນທີ 25 ສິງຫາ 2019 ເວລາປະມານ 9:00 ໂມງ ທ້າວ ບຸນຈັນ ມາເອົາເງິນ ຈໍານວນ 8.000.000 ກີບ ໂດຍອ້າງວ່າເອົາເງິນໄປໃຫ້ເຈົ້າໜ້າທີ່ ເພື່ອປະກັນ ທ້າວ ຄໍາປຸ່ນ ອອກຈາກຄ້າຍຄຸມຂັງ.
ເມື່ອເຈົ້າໜ້າທີ່ໄດ້ຮັບຄຳຮ້ອງຟ້ອງຄືແນວນັ້ນ ຈຶ່ງໄດ້ເປີດການສືບສວນ-ສອບສວນ ດ້ວຍການເຊີນ ທ້າວ ບຸນຈັນ ເຂົ້າມາໃຫ້ການໃນວັນທີ 12 ພະຈິກ 2019; ໂດຍຜູ້ກ່ຽວຮັບສາລະ ພາບວ່າ: ໄດ້ຮັບເງິນຈາກ ນາງ ວຽງຄອນ ແທ້ ຈໍານວນ 19.100.000 ກີບ ໂດຍການແອບອ້າງວ່າຈະແລ່ນເອົາ ທ້າວ ຄໍາປຸ່ນ ອາຍຸ 25 ປີ ເປັນພີ່ນ້ອງຂອງ ນາງ ວຽງຄອນ ອອກຈາກຄ້າຍຄຸມຂັງ ແຕ່ເມື່ອໄດ້ເງິນແລ້ວ ກໍບໍ່ໄດ້ແລ່ນຕາມການຕົກລົງກັນໄວ້ ແລ້ວນຳເງິນໄປໃຊ້ຈ່າຍຫຼິ້ນກິນຟຸມເຟືອຍຈົນໝົດ; ດັ່ງນັ້ນ, ເຈົ້າໜ້າທີ່ ຈຶ່ງໄດ້ກັກຕົວຜູ້ກ່ຽວດໍາເນີນຄະດີຕາມ ຂັ້ນຕອນຂອງກົດໝາຍ.
ພາບ-ຂ່າວ: ໜັງສືພິມຄວາມສະຫງົບ