ແພດ ຂ້າໂຕຕາຍ ຫຼັງຮູ້ວ່າ ຜົວເປັນກະເທີຍ

ແພດ ຂ້າໂຕຕາຍ ຫຼັງຮູ້ວ່າ ຜົວເປັນກະເທີຍ

ເມື່ອວັນທີ 9 ມັງກອນ ຜ່ານມາ https://www.worldofbuzz.com ໄດ້ລາຍເລື່ອງລາວທີ່ເສົ້າໃຈ ເມື່ອແພດສາວຊາວຈີນ ໄວ 31 ປີ ຈາກ ນະຄອນ ສົງຊິງ ຕັດສິນໃຈໂດດຕຶກຂ້າໂຕຕາຍ ຫຼັງຈາກຮູ້ວ່າ ຜົວຂອງນາງເປັນ ກະເທີຍ, ລັກມີກິ໊ກ ເປັນຜູ້ຊາຍມາແລ້ວຫຼາຍຄົນ.

ຕາມລາຍງານທ້ອງຖິ່ນ ເຜີຍວ່າ ແພດຄົນດັ່ງກ່າວ ເປັນລູກສາວຄົນດຽວ, ຫຼັງຈາກຮຽນຈົບ ນາງກໍໄດ້ຕົກຫຼຸມຮັກກັບຊາຍຄົນໜຶ່ງ ແລ້ວກໍຕັດສິນໃຈແຕ່ງງານກັນ. ແຕ່ວ່າ 6 ເດືອນຫຼັງຈາກນັ້ນ ໄດ້ເກີດເລື່ອງທີ່ນາງບໍ່ຄາດຄິດ ແລະ ນຳໄປສູ່ຈຸດຈົບຂອງຊີວິດນາງ.

ພາຍຫຼັງຈາກແຕ່ງງານໄປໄດ້ໄລຍະໜຶ່ງ ຜົວຂອງນາງເລີ່ມມີພຶດຕິກຳແປກໄປ, ເຂົາຂໍແຍກຕຽງນອນກັບນາງ. ນາງກໍສົງໄສວ່າ ຕົນເອງເຮັດຫຍັງຜິດ! ທຳອິດ ນາງຖາມຄວາມຄິດເຫັນຈາກຄົນໃນ ອິນເຕີເນັດ ແລ້ວກໍໄດ້ຄຳຕອບທີ່ຊວນໃຫ້ໜ້າສົງໄສ ວ່າ ຜົວຂອງນາງອາດເປັນ ກະເທີຍ.

ນາງພະຍາຍາມຖາມຜົວຫຼາຍຄັ້ງ ຈົນເຂົາຍອມຮັບວ່າ ເຂົາມັກທັງຜູ້ຍິງ ແລະ ຜູ້ຊາຍ ຜົວຂອງນາງຮ້ອງໄຫ້ເສຍໃຈ ກັບສິ່ງທີ່ເກີດຂຶ້ນ ແຕ່ກໍຍັງຢືນຢັນວ່າ ທີ່ເຂົາແຕ່ງງານກັບນາງ ກໍຍ້ອຍວ່າ ຮັກນາງ ແລະ ຂໍໃຫ້ນາງຍົກໂທດໃຫ້ ເມຍຍອມໃຫ້ອະໄພ ເມື່ອເຫັນຜົວມີທ່າທີເສຍໃຈ

ແຕ່ວ່າ ຫຼັງຈາກນັ້ນ ນາງບໍ່ຄາດຄິດວ່າ ຈະພົບເລື່ອງອື່ນອີກ ຄື ນາງໄດ້ເຫັນຂໍ້ຄວາມຈາກຜູ້ຊາຍຄົນໃນ ໂທລະສັບຂອງຜົວ, ເມື່ອນາງໄປຖາມ ກໍໄດ້ຄວາມວ່າ ແທ້ຈິງແລ້ວ ເຂົາເປັນກະເທີຍ, ມັກຜູ້ຊາຍ ບໍ່ມັກຜູ້ຍິງ.

ແພດສາວ ຮູ້ສຶກເສຍໃຈທີ່ສຸດ ແລ້ວຕັດສິນໃຈວ່າ ຈະຢ່າຮ້າງກັບຜົວໃນຄືນນັ້ນເລີຍ ກ່ອນທີ່ນາງຈະຕັດສິນໃຈໂດດຕຶກຂ້າໂຕຕາຍ. ເມື່ອພໍ່ແມ່ຂອງນາງ ຮູ້ເລື່ອງ ກໍຊ໊ອກ ແລະ ເສຍໃຈທີ່ສຸດ. ພາຍຫຼັງຮູ້ເລື່ອງລາວທັງໝົດ ພວກເຂົາກໍຕັດສິນໃຈຟ້ອງລູກເຂີຍ ທີ່ເປັນຕົ້ນເຫດໃຫ້ລູກສາວເສຍຊີວິດ

ທະນາຍຄວາມຂອງຄອບຄົວຝ່າຍຍິງ ຂໍໃຫ້ສານພິຈາລະນາໃຫ້ ຝ່າຍຊາຍ ຈ່່າຍເງິນຄ່າຊົດເຊີຍໃຫ້ກັບ ຄອບຄົວເປັນຈຳນວນ 630,000 ຢວນ ຫຼື ປະມານ 810 ລ້ານກີບ. ແນວໃດກໍດີ, ສຸດທ້າຍແລ້ວ ສານມີຄວາມເຫັນຄ້ານ ແລະ ຍົກຟ້ອງໄປໃນທີ່ສຸດ

ຂ່າວທົ່ວໄປ