ຮູ້ແລ້ວແຟນໆຂອງວົງ ສາວ Blackpink ແບັກພິ້ງ ເກີກຸ໊ບເກົາຫຼີ ຕ້ອງອິດສາກັນແນ່ນອນ ເມື່ອສາວໄວໃສຢ່າງ ແຮ່ນນ້າ ໂລຊັນບູ້ມ ຮອງອັນດັບ 2 Miss Teen Laos 2019 ທີ່ໄດ້ເປັນ Miss Asia Global Laos 2019 ຄວ້າລາງວັນ Miss social media 2019 ທີ່ປະເທດອິນເດຍ ວັນທີ 1 ພະຈິກ 2019 ໃນເວທີປະກວດສາວງາມ Miss Asia Global Laos 2019 ໄດ້ຖືກເລືອກໄປຮ່ວມງານ Blackpink Cover Dances.
ເຊິ່ງງານ Blackpink Cover Dances ຄັ້ງນີ້ຈັດຂຶ້ນທີ່ ປະເທດອິນໂດເນເຊຍ ຢູ່ລັດຈ່າກາຕ້າ
ວົງ Blackpink ແບັກພິ້ງ ເກີກຸ໊ບເກົາຫຼີ ມີ 4 ສາວ ສິນລະປິນນັກຮ້ອງ, ເຕັ້ນ, ນາງແບບ ທີ່ມີຊື່ສຽງຫຼາຍທັງໃນປະເທດເກົາຫຼີ ແລະ ລາວເຮົາ ໂດຍບັນດາໄວລຸ້ນກໍມັກຮ້ອງ ແລະ ເຕັ້ນໂຄເວີ້ (ຮຽນແບບ) ວົງນີ້ກັນຫຼາຍ
ແລະ ກໍມັກມີກິດຈະກໍາດີໆແບບນີ້ຢູ່ຕະຫຼອດ ລວມທັງການໄປຄັ້ງນີ້ຂອງສາວ ແຮ່ນນ້າເຊັ່ນກັນ ແນວໃດກໍຖ້າຕິດຕາມ ສາວ ແຮ່ນນາໃນການໄປຮ່ວມງານກິດຈະກໍາດີໆແບບນີ້ນໍາກັນໄດ້
ນອກຈາກສາວແຮ່ນນ້າແລ້ວ ຄົນທີ່ຮ່ວມເດີນທາງໃນຄັ້ງນີ້ຍັງມີ ໜຸ່ມ ຕານຸ ວັນນະສິນ ນັກຮ້ອງສຽງເປັນເອກກະລັກ ເຈົ້າຂອງສຽງເພງ ເຫຼືອໄວ້ພຽງນໍ້າຕາ… ແລະ ທີມ D-Legend ທີ່ເປັນຕົວແທນປະເທດລາວໃນການແຂ່ງ Cover Dance ໃນງານຄັ້ງນີ້ດ້ວຍ
ສໍາລັບວັນທີ່ອອກເດີນທາງແມ່ນວັນທີ 13 ມັງກອນ 2020, ມື້ງານແມ່ນວັນທີ 14 ມັງກອນ 2020 ເລີ່ມແຕ່ເວລາ 17:00 ເປັນຕົ້ນໄປ ສາມາດຊົມໄດ້ຜ່ານການຖ່ານທອດສົດທີ່ເພ໌ຈ Samsung Mobile Laos.