ແຟນບານຍີ່ປຸ່ນວິຈານ ໂມຣິຍາສຸ ໜັກຫຼັງພາ ຢູ 23 ຍີ່ປຸ່ນຕົກຮອບ

ແຟນບານຍີ່ປຸ່ນວິຈານ ໂມຣິຍາສຸ ໜັກຫຼັງພາ ຢູ 23 ຍີ່ປຸ່ນຕົກຮອບ

ໂຊຊຽລ ຍີ່ປຸ່ນ ສຸດເດືອນ ວິຈານການເຮັດວຽກຂອງ ຮາຈິເມະ ໂມຣິຍາສຸ ຄູຝຶກທີມຊາດຍີ່ປຸ່ນ ຮຸ່ນອາຍຸບໍ່ເກີນ 23 ປີ ຫຼັງພາທີມຕົກຮອບແບ່ງກຸ່ມໃນບານເຕະຊີງແຊ້ມອາຊີ 2020 ຮຸ່ນອາຍຸບໍ່ເກີນ 23 ປີຮອບສຸດທ້າຍ ຂອງກຸ່ມ B ເມື່ອວັນທີ 12 ມັງກອນ 2020

ຜົນຈາກການປະລາໄຊ 2 ນັດຕິດຕໍ່ກັນ ຈາກນັດທີ່ເສຍໃຫ້ກັບ ຊາອຸດິດອາຣະເບຍ 1-2 ແລະ ເສຍໃຫ້ກັບ ຊີເຣຍ 1-2 ທີ່ສະໜາມມະຫາວິທະຍາໄລວິທະຍາສາດ ຣັງສິດ ເຮັດໃຫ້ ຍີ່ປຸ່ນ ຕ້ອງຕົກຮອບໄປແບບພິກຄວາມຄາດໝາຍ ທັງທີ່ຕັ້ງເປົ້າເປັນແຊ້ມລາຍການນີ້ ເນື່ອງຈາກລົງ 2 ນັດບໍ່ມີຈັກຄະແນນ ທັງທີ່ເຫຼືອພຽງນັດດຽວ, ສ່ວນ ຊີເຣຍ ກັບ ຊາອຸດິດອາຣິເບຍ ມີ 4 ຄະແນນເທົ່າກັນ ໂດຍມີ ກາຕ້າ ມີ 2 ຄະແນນຈາກ 2 ນັດທໍາອິດ

ຫຼັງຈາກຜົນດັ່ງກ່າວ ເຮັດໃຫ້ກະແສໂຊຊຽລຂອງ ຍີ່ປຸ່ນ ເດືອດໄປຊົ່ວຂ້າມຄືນເມື່ອ ທະວິດເຕີຫຼັກຂອງ ທີມຊາດຍີ່ປຸ່ນຊື່ jfa samuraiblue ລາຍງານຜົນ ກໍມີແຟນບານຍີ່ປຸ່ນ ຈໍານວນຫຼວງຫຼາຍມີປະຕິກິລິຍາຕໍ່ຜົນການແຂ່ງຂັນດັ່ງກ່າວຢ່າງຍິ່ງ.

ໂດຍສະເພາະເກືອບ 400 ທະວິດເຕີໃນ 10 ນາທີທໍາອິດ ຕ້ອງການໃຫ້ ສະມາຄົມບານເຕະຍີ່ປຸ່ນ ປ່ຽນແປງຫົວໜ້າຄູຝຶກຢ່າງຮີບດ່ວນ ເພາະວ່າ ຮາຈິເມະ ໂມຣິຍາສຸດ ພາທີມຕົກຮອບທໍາອິດໃນລາຍການດັ່ງກ່າວ

ສ່ວນອີກສາເຫດທີ່ເຮັດໃຫ້ ທີມຊາດຍີ່ປຸ່ນ ຊຸດນີ້ຕົກນັັ້ນບໍ່ໄດ້ເອີ້ນນັກເຕະທີ່ໄປຫຼິ້ນໃນລີກເອີຣົບມາຮ່ວມທີມເປັນຕົ້ນແມ່ນ ໂຄຈິ ມິໂຢຊິ ດາວເດັ່ນຂອງ ຣໍຢັລອັນເວິບ ທາເຄຟຸສະ ຄຸໂບະ ກອງໜ້າຂອງ ຣີລ ມາຢໍກ້າ ແລະ ຮິໂຣກິ ອາເບາະ ກອງໜ້າຂອງ ບາເຊໂລນາ ເຫດຜົນເພາະລາຍການນີ້ບໍ່ກົງກັບ ຟີຟາ ເດ

ຂ່າວທົ່ວໄປ