ຈາກກໍລະນີທີ່ ໂຣນາວດິນໂຢ້ ຕຳນານນັກເຕະທີມຊາດເບຣຊິນ ແລະ ສະໂມສອນ ບາຣເຊໂລນ້າ ອາຍຸ 39 ປີ ແລະ ໂຣແບໂຕ້ ໂມເຣຍຣ່າ ອ້າຍຂອງລາວ ຖືກຕຳຫຼວດບຸກຈັບ ຂະນະທີ່ກຳລັງພັກຜ່ອນທີ່ ຣີຊອດ ຢັອຊ ແອນ ກ໊ອຟ ຄັບ ປາຣາກົວໂຢ້ ໃນປະເທດປາຣາກວາຍ ຈາກຂໍ້ຫາທີ່ທັງ 2 ຄົນ ນຳໃຊ້ ພາສປອດປອມ ທີ່ຖືສັນຊາດປາຣາກວາຍ ແຕ່ຕົວຈິງແລ້ວ ໂຣນາລດິນໂຢ້ ບໍ່ມີເຊື້ອສາຍປາຣາກວາຍ ເຂົ້າປະເທດປາຣາກວາຍ ເມື່ອທ້າຍອາທິດຜ່ານມາ ສຳລັບການເດີນທາງໄປ ປະເທດປາຣາກວາຍຂອງ ໂຣນາລດິນໂຢ້ ໃນຄັ້ງນີ້ ແມ່ນຕາມຄຳເຊີນຂອງ ເນລສັນ ເບລ໊ອດຕິ ເຈົ້າຂອງຄາເຊໂນແຫ່ງໜຶ່ງໃນປະເທດປາຣາກວາຍ ເພື່ອຈະໄປໂຊໂຕໃນງານອີເວັນ ພ້ອມທັງພົບປະແຟນບານ ແລະ ພົບປະຄົນມີຊື່ສຽງ ຂອງປາຣາກວາຍ
ສານໃນປະເທດປາຣາກວາຍ ປະຕິເສດຄຳຮ້ອງຂອງ ໂຣນາວດິນໂຢ້ ແລະ ອ້າຍຂອງລາວ ເພື່ອຂໍຍ້າຍໄປກັກຕົວຢູ່ເຮືອນທີ່ປະເທດເບຣຊິນ ແລະ ໃຫ້ເຈົ້າໜ້າທີ່ຕຳຫຼວດໄປເຝົ້າເພື່ອຮັບປະກັນວ່າທັງ 2 ຈະບໍ່ໜີ ແທນທີ່ຈະຕິດຄຸກທີ່ປະເທດປາຣາກວາຍ ໂດຍ ໂຣນາວດິນໂຢ້ ແລະ ອ້າຍຂອງລາວ ໄດ້ຢືນຄໍາຮ້ອງດັ່ງກ່າວ ພ້ອມກັບຫຼັກຊັບເປັນເງິນ 770.000 ໂດລາສະຫະລັດ ເພື່ອເປັນການຮັບປະກັນວ່າຈະບໍ່ເຮັດຜິດຕາມຄຳຮ້ອງ ແຕ່ໄອຍະການປະຕິເສດຄຳຮ້ອງດັ່ງກ່າວ ເພາະວ່າຢ້ານເປັນການຂັດຂວາງຂະບວນການຍຸດຕິທຳ ຫຼື ອາດຈະເປັນຊ່ອງທາງໃຫ້ທັງ 2 ຄົນລັກໜີ ອີກທັງການປ່ອຍໃຫ້ກັບໄປປະເທດເບຣຊິນ ມັນກໍ່ອາດຈະບໍ່ສາມາດນຳຕົວທັງ 2 ຄົນມາຮັບຟັງການພິຈາລະນາຕໍ່ໜ້າໄອຍະການທີ່ປະເທດປາຣາກວາຍໄດ້ (ຝືນກົດໝາຍຂອງປະເທດ) ສຳລັບການສອບສວນຄະດີນີ້ ຄາດວ່າຈະໃຊ້ເວລາຍາວເຖິງ 6 ເດືອນ ໝາຍວ່າ ໂຣນາວດິນໂຢ້ ແລະ ໂຣແບໂຕ້ ໂມເຣຍຣ່າ ອ້າຍຂອງລາວ ຈະຕ້ອງຕິດຄຸກໃນໄລຍະສອບສວນຄະດີດັ່ງກ່າວ ເຖິງເດືອນກັນຍາ 2020
ກ່ອນໜ້ານີ້ ໂຣນາລດິນໂຢ້ ຍັງຖືກທາງການປະເທດເບຣຊິນ ຍືດພຣາສປອດທີ່ຖືສັນຊາດເບຣຊິນ ຫ້າມເດີນທາງອອກນອກປະເທດ ຈາກການສ້າງກັບດັກປາໂດຍບໍ່ໄດ້ຮັບອະນຸຍາດ ໃນເຂດປ່າສະຫງວນແຫ່ງຊາດ ເມື່ອເດືອນກັນຍາຜ່ານມາ ເຖິງແມ່ນວ່າ ໂຣນາລດິນໂຢ້ ຈະເປັນທູດການທ່ອງທ່ຽວຂອງປະເທດເບຣຊິນກໍ່ຕາມ