ຮຽນຈົບຫຍັງມາ ບໍ່ສໍາຄັນອີກຕໍ່ໄປໃນການໃຊ້ຊີວິດ ການທີ່ຢູ່ແບບມີຄວາມສຸກຕ່າງຫາກທີ່ສໍາຄັນ ໝົດຍຸກທີ່ໃບປະລິນຍາມີໄວ້ແຂນຝາເຮືອນເອ້ ອ້າງວ່າຈົບສູງ ການຮຽນສູງໆ ບໍ່ໄດ້ເປັນໂຕກະລັນຕີວ່າຈະມີວຽກເຮັດ ເພາະສິ່ງທີ່ສໍາຄັນກວ່າໃບປະລິນຍາຄື ທັກສະອາຊີບ ຊຶ່ງສາມາດໃຊ້ປະກອບອາຊີບລ້ຽງຕົນເອງ ແລະ ຄອບຄົວໄດ້ ຈະຈົບຫຍັງມາກໍບໍ່ສົນໃຈແລ້ວ ເມື່ອທັກສະນີ້ສາມາດສ້າງລາຍໄດ້ຮັບໄດ້ດີເຊັ່ນກັນ.
ແຕ່ກໍບໍ່ໄດ້ໝາຍຄວາມວ່າການສຶກສາບໍ່ສໍາຄັນ ສໍາລັບໃຜທີ່ມີໂອກາດຮຽນກໍຄວນຮຽນໃນສິ່ງທີ່ສົນໃຈ ເພື່ອນໍາໄປໃຊ້ໃນການປະກອບອາຊີບໃນວັນຂ້າງໜ້າ ໄວທີ່ເຮົາກໍາລັງຮຽນ ແລະ ສຶກສາຢູ່ ເປັນໄວທີ່ສະບາຍທີ່ສຸດແລ້ວ
ຫາກເຈົ້າເປັນຄົນໜຶ່ງທີ່ຢາກປະສົບຄວາມສໍາເລັດໃນຊີວິດ ຫາກຢູ່ໃນໄວຮຽນຢູ່ແນ່ນອນຕ້ອງຕັ້ງໃຈຮຽນ ເປັນການຂັດເກົາທັກສະຂອງຕົນເອງກ່ອນອອກສູ່ສະໜາມຮົບຕົວຈິງ ມັນເປັນໄວແຫ່ງຈິນຕະນາການ ແຕ່ພໍຈົບແລ້ວ ເສັ້ນທາງຊີວິດທີ່ເລືອກນັ້ນຈະເປັນຢ່າງທີ່ເຮົາຄາດຄິດໄວ້ບໍນັ້ນກໍຢູ່ທີ່ເຮົາ
ຈົງພະຍາຍາມໃຫ້ເຕັມທີ່ກັບເປົ້າໝາຍ ຈົງລົງມືເຮັດຢ່າງຈິງຈັງ ແລະ ຢ່າຢຸດທີ່ຈະຮຽນຮູ້ ຈົງຮູ້ຈັກທີ່ຈະຮັບຟັງ ແລະ ແກ້ໄຂ ເຖິງຈະຮຽນຈົບແລ້ວ ແຕ່ຊີວິດຍັງບໍ່ຈົບຍັງຄົງຕ້ອງໄດ້ຮຽນຮູ້ຕະຫຼອດເວລາ ຫາກຊີວິດກໍາລັງລົ້ມເຫຼວ ລອງຢຸດແລ້ວເບິ່ງວ່າເຈົ້າຍັງບໍ່ໄດ້ແກ້ໄຂຈຸດໃດ