ໜຸ່ມດັກທຳຮ້າຍ ແຟນສາວ ປາງຕາຍ ໃນວັນແຫ່ງຄວາມຮັກ

ໜຸ່ມດັກທຳຮ້າຍ ແຟນສາວ ປາງຕາຍ ໃນວັນແຫ່ງຄວາມຮັກ

ແຟນໜຸ່ມໂຫດເປີດໃຈ ດັກທຳຣ້າຍແຟນສາວພະນັກງານຮ້ານໄກ່ທອດເຈັບສາຫັດ ສະລົບຄາຫ້າງດັງທີ່ຍະໂສທອນ ອ້າງສຸດທົນຈັບໄດ້ວ່ານອກໃຈເຖິງ 6 ຄັ້ງ

ຈາກກໍລະນີການເຜີບແຜ່ຄລິບເຫດການ ຂະນະແຟນໜຸ່ມ ເຕາະໄປທີ່ໂບໜ້າ ແລະລຳຕົວຂອງແຟນສາວບໍ່ຢັ້ງ ດ້ວຍອາລົມໂມໂຫສຸດຂີດ ຊຶ່ງຍິງສາວກໍ່ພະຍາຍາມຂໍຮ້ອງໂຫ້ຢຸດທຳຮ້າຍ ແຕ່ແຟນໜຸ່ມກໍ່ບໍ່ຟັງ

ຊື່ງຈ່ກເຫດການດັ່ງກ່າວ ເມື່ອ ຣປພ.ຂອງຫ້າງແລະເພື່ອນຂອງຍິງສາວ ພະຍາຍາມຈະເຂົ້າໄປຊ່ວຍ ຝ່າຍຊາຍກໍ່ຂົ່ມຂູ່ວ່າ ຖ້າໃຜເຂົ້າມາຫຍຸ້ງ ຈະຍິງໃຫ້ຕາຍໝົດ ສຸດທ້າຍຝາ່ຍຍິງເຈັບໜັກ ສະລົບຄາລານຈອດລົດຫ້າງດັງ ເມືອງຍະໂສທອນເມື່ອຄືນທີ່ຜ່ານມາ

ລ່າສຸດ ທີມຂ່າວໄປຕວດສອບທີ່ບ້ານພັກຂອງຍິງສາວ ພົບກັຍແຟນໜຸ່ມທີ່ກໍ່ເຫດ ເປີດໃຈອ້າງວ່າ ຕົນຢູ່ກິນກັບຝ່າຍຍິງ ຄືສາມີພັນລະຍາມາເກືອບ 10 ປີ ມີລູກຊາຍດ້ວຍກັນ 1 ຄົນ ພັນລະຍາທຳງານທີ່ຫ້າງນານ 3 ປີແລ້ວ ສ່ວນຕົນເປັນລູກຈ້າງຢູ່ໜ່ວຍງານຣາຊການແຫ່ງໜີ່ງທີ່ຈັງຫັວດ ຍະໂສທອນ

ຊ່ວງປາຍປີ 2562 ຈັບໄດ້ວ່າ ພັນລະຍານອກໃຈ ຄົບຫາກັບກິກໜູ່ມທີ່ທຳງານດ້ວຍກັນ ພະຍາຍາມຂໍໃຫ້ພັນລະຍາເລິກ ພັນລະຍາກໍ່ຮັບປາກຈະເລິກ6ຄັ້ງ ແຕ່ສຸດທ້າຍກໍ່ບໍ່ເລິກ ແລະຍັງແອບຕິດຕໍ່ລົມກັນທາງເຟດບຸກແລະໄລ ໂດຍທີ່ກິກໜຸ່ມເອງກໍ່ຮູ້ວ່າພັນລະຍາມີສາມີແລ້ວ ສ່ວນກິກໜຸ່ມກໍ່ມີພັນລະຍາແລ້ວເຊັ່ນດຽວກັນ

ມື້ວານ ພັນລະຍາຂອງກິກໜຸ່ມ ທັກແຊດເຟສບຸກມາບອກຕົນວ່າ ພັນລະຍາຂອງຕົນຍັງແອບຄົບຫາກັບກີກໜຸ່ມຢູ່  ພ້ອມແຄປໜ້າຈໍທີ່ທັງສອງແຊທລົມກັນມາໃຫ້ເບິ່ງ ຮູ້ສຶກເຈັບປວດຫລາຍ ຈຶ່ງບຸກໄປຫາກິກໜຸ່ມ ເຈລະຈາຂໍໃຫ້ເລິກກັບພັນລະຍາຕົນ ຊຶ່ງກິກໜຸ່ມກໍ່ຮັບປາກ ແຕ່ຕົນຍັງແຄ້ນໜັກ ຈຶ່ງໄປດັກທຳຮ້າຍພັນລະຍາຄາມຄລິບ

ດ້ານນາຍສວັດ ແກ່ນສຸວັນ ຜູ້ໃ່ຫ່ຍບ້ານບອກວ່າປົກກະຕິກໍ່ເຫັນທັງສອງຮັກກັນດີບໍ່ຄິດວ່າຈະທະເລາະກັນແຮງປານນີ້ ສ່ວນສາມີກໍ່ເປັນຄົນມີເຫດຜົນ ບໍ່ມີນິໄສເກເລ ແຕ່ປັນຫາລຶກໆ ໃນຄອບຄົວ ກໍ່ບໍ່ຮູ້ຕື້ນລຶກໜາບາງ

ຂະນະທີ່ຕຳລວດເມືອງຍະໂສທອນ ບອກວ່າຍັງບໍ່ສາມາດດຳເນີນຄະດີກັບຝ່າຍສາມີໄດ້ເພາະຜູ້ເສັຍຫາຍຍັງບໍ່ເຂົ້າແຈ້ງຄວາມ ເນື່ອງຈາກຍາດເຈັບໜັກ ຮັກສາຕົວຢູ່ທີ່ໂຮງພະຍາບານຍັງເວົ້າບໍ່ໄດ້ ຄົງຕ້ອງລໍໃຫ້ຜູ້ເສັຍຫາຍອາການດີຂີ້ນກ່ວານີ້ ແລ້ວຈະສອບຖາມວ່າຕ້ອງການດຳເນີນຄະດີກັບສາມີຫຼືບໍ່

ຂ່າວທົ່ວໄປ