ຫຼັງຈາກທີ່ທາງທ໋ອກທູທີນໄດ້ຈັດ poll ໃຫ້ບັນດາ fanpage ຂອງທ໋ອກທູທີນເຮົາທີ່ມີຄົນກົດໄລ້ ຫຼື ຕິດຕາມຫຼາຍເຖິງ 198,000 ກວ່າຄົນໃນນັ້ນມີດາລາໄດ້ຜ່ານການກວດສອບ ຫຼື ປຶກສາຫາລືກັບທີມງານທ໋ອກທູທີນຫຼາຍກວ່າ 10 ປາຍຄົນບໍ່ວ່າຈະເປັນ:
ສາວຈີ່ຈີ່ (ເນັດໄອດໍ້ລະດັບຕົ້ນໆຂອງປະເທດລາວ), ອ້າຍສາຍແກ້ວ(ຜູ້ອໍານວຍການກອງປະກວດ Miss World Laos ແລະ ຊ່າງແຕ່ງໜ້າຊື່ດັງ), ເອື້ອຍໄກ່ Overdance (ນັກຮ້ອງ ແລະ ພິທີກອນຊື່ດັງ), ສາວຄຣິດສຕິນ້າ (ນາງງາມ Miss Laos ທີ່ດັງຂ້າມປະເທດພ້ອມຜົນງານທີ່ມີມາຕະຫຼອດ), ອ້າຍຕ້າ First modeling (ຜູ້ດູແລສິນລະປິນໃນສັງກັດຫຼາຍກວ່າ 20 ຄົນ), ສາວອາເລັກຊານດ້າ (ຊຸບຕຣາຢືນໜຶ່ງໃນວົງການບັນເທີງລາວ), ໜຸ່ມຕານຸ (ເຈົ້າຂອງຜົນງານເພງດັງແຫ່ງປີເພງ ເຫຼືອໄວ້ແຕ່ນໍາຕາ), ນ້ອງແມັກ ພູວະເນດ (ຂວັນໃຈໄວໜຸ່ມ), ໜຸ່ມຊານົນ (ນັກຮ້ອງ ແລະ ນັກສະແດງ), ໜຸ່ມກ່າ (Lao Supermodel 2018), ອ້າຍເຈ້ຍ ປາຊີຟິກ (ນັກຮ້ອງ ແລະ ຜູ້ກໍາກັບຊື່ດັງ), ສາວນຸ້ຍ (Miss Universe Laos 2017), ໜຸ່ມຊູໂມ້ (ຜູ້ກໍາກັບຊີຣີ້ ແລະ ຜູ້ບໍລິຫານສັງກັດຊື່ດັງ), ຊາມິໂອພີ (ນ້ອງຮ້ອງເທິງ Youtube ມີ Subscribe ເປັນແສນ), ໜຸ່ມເປ້ດ (ນັກຮ້ອງຊື່ດັງເພງ ໃຫ້ອ້າຍໄປສົ່ງ), ໜຸ່ມໂອລ້າ (ນັກຮ້ອງວົງລ໋ອກອັນດັບ 1 ຂອງປະເທດລາວ), ອ້າຍ Tar Apacts ນັກຮ້ອງ ແລະ ເຈົ້າຂອງສັງກັດຊື່ດັງ, ໜຸ່ມໂຈໂຈ້ Miracle (ນັກຮ້ອງ ແລະ ນັກທຸລະກິດຊື່ດັງ)
ສາວລັດ Miss Crytal international 2019, ສາວລູກນໍ້າ ນາງເອກຊຸບຕຣາເບີ 1 ຂອງລາວ, ອ້າຍບັນດິດ ເຊເລັບ ແລະ ເຈົ້າຂອງແບຣນເສື້ອຊື່ດັງ , Miss Laos 2019, ສາວເມ (Miss Universe Laos 2019), ໜຸ່ມວິນລີ້ ນັກຮ້ອງ ແລະ ນາຍແບບຊື່ດັງ, ໜຸ່ມອາເລັກ ນັກຮ້ອງ ແລະ ຜູ້ບໍລິຫານສັງກັດຊື່ດັງ, ໜຸ່ມຕ່າຍ ອາກາດ ນັກສະແດງ ແລະ ນັກຮ້ອງຊື່ດັງ, ອ້າຍໂຕ່ໂຕ້ ນັກຮ້ອງ ແລະ ເຊເລັບ, ພິທີອນ, ນັກທຸລະກິດຊື່ດັງ. ເຊິ່ງຄະແນນໂຫວດສາວແໜ່ງໄດ້ໄປ 1,300 ໂຫວດ ອັນດັບທີ 2 ແມ່ນ ນ້ອງແມັກ 709 ແລະ ທີ 3 ສາວຄຣິດສຕິນ້າ 597 ໂຫວດ. ໃນຄວາມໝາຍຂອງການເປັນດາລາຊົງອິດທິພົນທີ່ສຸດຂອງທ໋ອກທູທີນແມ່ນເປັນດາລາທີ່ມີຜົນງານພົ້ນເດັ່ນ ແລະ ສາມາດເຮັດໃຫ້ປະຊາຊົນລາວຮູ້ສຶກວ່າຄົນນີ້ເປັນໄອດໍ້ ເປັນແຮງບັນດານໃຈໃຫ້ຫຼາຍໆຄົນ ພ້ອມທັງປະພຶດຕົນດີໃນສັງຄົມອີກດ້ວຍ.