ອານາໄມໂລກ ອອກມາຢືນຢັນ ຈາກຫລັກຖານທັ້ງຫມົດຄົ້ນພົບວ່າ ເຊື້ອໄວຣັສໂຄໂລນາສາຍພັນໃຫມ່ 2019ບໍ່ໄດ້ຖືກດັດແປງຫລືສ້າງຂຶ້ນ ຈາກຝີມືມະນຸດພາຍໃນຫ້ອງປະຕິບັດການຫລືທີ່ອື່ນ ເພາະເຊື້ອໄວຣັສ ມີຕົ້ນກຳເນີດມາຈາກສັດ
ສຳນັກຂ່າວ workpointnews ລາຍງານວ່າ ວັນທີ່ 22 ເມສາ. 2563 ສຳນັກຂ່າວຊິນຫົວ ລາຍງານວ່າ ວານນີ້(21 ເມສາ. 2563) ຟາເດລາ ຊາອິບ (Fadela Chaib) ໂຄສົກອົງການອານາໄມໂລກ ກ່າວວ່າຫລັກຖານທີ່ມີທັ້ງຫມົດສະແດງໃຫ້ເຫັນວ່າເຊື້ອໄວຣັສໂຄໂລນາສາຍພັນໃຫມ່ມີຕົ້ນກຳເນິດຈາກສັຕບໍ່ແມ່ນໄວຣັສທີ່ “ດັດແປງຫລືສ້າງຂຶ້ນ” ໃນຫ້ອງປະຕິບັດການຫລືທີ່ອື່ນໃດ
ໂຄສົກອົງການອານາໄມໂລກກ່າວວ່າ ອົງການອານາໄມໂລກຄືອົງກອນທີ່ອ້າງອີງພື້ນຖານທາງວິທະຍາສາດ ແລະເຮົາຄິດວ່າຕົ້ນກຳເນີດຂອງໄວຣັສຄືສັດ ເປັນໄປໄດ້ຫລາຍວ່າເຊື້ອໄວຣັສໂຄໂລນາສາຍພັນໃຫມ່ ມີແລ່ງຮັງໂລກໃນຄ້າງຄາວ ແຕ່ວິທີການທີ່ໄວຣັສແພ່ຈາກຄ້າງຄາວມາສູ່ມະນຸດນັ້ນຍັງຄົງຖືກຄົ້ນຫາຢູ່ ມີໂອດຕົວກາງເປັນສັດອີກຕົວຫນຶ່ງ ທີ່ສົ່ງຜ່ານໂລກຈາກຄ້າງຄາວມາສູ່ມະນຸດແນ່ນອນ
ໂຄສົກອົງການອານາໄມໂລກຢ້ຳວ່າ ອົງການກຳລັງຕໍ່ສູ້ກັບໂລກລະບາດ 2 ຢ່າງ ເຮົາຜະເຊີນກັບການລະບາດຂອງໄວຣັສ (pandemic) ແຕ່ເຮົາກໍ່ຍັງຕ້ອງຕໍ່ສູ້ກັບ ‘ການລະບາດຂອງຂໍ້ມູນຂ່າວສານ’ (infodemic) ດ້ວຍ ເມື່ອມັນມີໄວຣັສຕົວໃຫມ່ແບບນີ້ຂຶ້ນມາ ກໍ່ຄາດໄດ້ວ່າທິດສະດີປອມກ່ຽວກັບຕົ້ນກຳເນິດຂອງໄວຣັສຈະຖືກປ່ອຍອອກມາຫຼວງຫຼາຍ
ລາວໃຫ້ຄຳໝັ້ນວ່າອົງການອານາໄມໂລກຍິນດີຕ້ອນຮັບການສະໜັບສະໜູນຂອງທຸກປະເທດໃນຄວາມພະຍາຍາມຄົ້ນຫາຕົ້ນກຳເນີດຂອງໄວຣັສ ໂດຍລະບຸວ່າຄະນະທຳງານຫລາຍກຸ່ມ ລວມເຖິງຜູ້ຊ່ຽວຊານຈີນ ກຳລັງພະຍາຍາມຄົ້ນຫາຕົ້ນກຳເນິດຂອງໄວຣັສນີ້ຢ່າງແຂ່ງຂັນ