ສະບາຍດີພໍ່ແມ່ພີ່ນ້ອງ ຂໍແຈ້ງຂ່າວມໍລະນະກຳ ທ່ານ ກິດາວເພັດ ຫນູຫ່ວງ ໄດ້ມໍລະນະກຳແລ້ວ ດ້ວຍພະຍາດຂອງເພີ່ນເອງ ໃນເວລາ 6 ໂມງເຊົ້າ ຂອງວັນທີ 24 ເມສາ 2020 ທີ່ນະຄອນຫຼວງວຽງຈັນ ລວມອາຍຸ ໄດ້ 48 ປີ
ດັ່ງນັ້ນຈື່ງຂໍແຈ້ງມາຍັງເພື່ອນມິດສະຫາຍ ແລະ ແຟນເພັງຂອງເພິ່ນທົ່ວປະເທດຊາບທົ່ວເຖິງກັນ ຮ່ວມກັນໄວ້ອາໄລສົ່ງ ອ້າຍ ກິດາວເພັດ ຂື້ນສູ່ສະຫວັນຊັ້ນຟ້າໄປພ້ອມກັນ ເປັນການສູນເສຍລາຊາເພັງລາວບ້ານນາຄັ້ງຍີ່ງໄຫຍ່ຂອງແຟນເພັງທົ່ວປະເທດ
ຂໍສະແດງຄວາມເສຍໃຈກັບການຈາກໄປຢ່າງບໍ່ມີວັນຫວນກັບມາຂອງນັກຮ້ອງຂັວນໃຈປະຊາຊົນລາວ
ຮ່ວມກັນໄວ້ອາໄລສົ່ງອ້າຍກິດາວເພັດຂື້ນສູ່ສະຫວັນຊັ້ນຟ້າໄປພ້ອມກັນ