ອີກບໍ່ພໍເທົ່າໃດກໍຈະເຖິງເທດສະການ ວັນຄຼິດສະມາດ ຫຼື ບຸນປີໃໝ່ຂອງສາດສະໜາຄຼິດ ເຊິ່ງໃນນະຄອນຫຼວງວຽງຈັນ ກໍມີຊາວຕ່າງຊາດ ແລະ ມີຄົນລາວບາງຄົນກໍຖືສາສະໜານີ້ ມັກຈະສະເຫລີມສະຫຼອງວັນຄຣິດສະມາດ (ວັນທີ 25 ທັນວາ ຂອງທຸກໆປີ)
ແລະ ຫຼັງຈາກນັ້ນ ວັນທີ 31 ກໍຈະເປັນວັນນັບຖອຍຫຼັງສົ່ງທ້າຍປີເກົ່າ 2019 ຕ້ອນຮັບປີໃໝ່ 2020 ທາງສໍານັກງານ-ອົງການ, ໂຮງຈັກໂຮງງານ, ຫົວໜ່ວຍທຸລະກິດ, ອົງການຈັດຕັ້ງສາກົນ, ພະນັກງານ, ລັດຖະກອນ, ທະຫານ, ຕຳຫຼວດ, ກຸ່ມບ້ານ, ພໍ່ແມ່ປະຊາຊົນ, ຊາວຕ່າງດ້າວ ແລະ ຊາວປະເທດກໍມັກຈະມີງານລ້ຽງ, ສະຫຼອງວັນດັ່ງກ່າວ
ດັ່ງນັ້ນເພື່ອຄວາມສະຫງົບ ເປັນລະບຽບຮຽບຮ້ອຍ ຫຼຸດຜ່ອນການເກີດອຸບັດຕິເຫດ, ເຫດການບໍ່ສະຫງົບ ກະຊວງປ້ອງກັນຄວາມສະຫງົບ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ຈຶ່ງໄດ້ອອກແຈ້ງການສະບັບເລກທີ 552/ປກສ.ນວ, ລົງວັນທີ 13 ທັນວາ 2019 ໃນການເພີ້ມທະວີປ້ອງກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ ໃນໄລຍະຈັດງານສະເຫຼີມສະຫຼອງສົ່ງທ້າຍປີເກົ່າ 2019 ຕ້ອນຮັບປີໃໝ່ 2020
ໂດຍມີ ບັນດາຂໍ້ແນະນຳດັ່ງນີ້
1 ແຕ່ລະຄົນ, ແຕ່ລະຄອບຄົວ, ແຕ່ລະບ້ານ, ສໍານັກອົງການຕ່າງໆ ຕ້ອງມີສະຕິເຄົາລົບ ປະຕິບັດລັດຖະທຳມະນູນ, ກົດໝາຍ ພ້ອມທັງເຂົ້າຮ່ວມປະຕິບັດຕາມແຈ້ງການທີ່ອຳນາດການປົກຄອງທຸກຂັ້ນວາງອອກຢ່າງເຂັ້ມງວດ
2 ເອົາໃຈໃສ່ເຮັດໜ້າທີ່ປ້ອງກັນເວນຍາມສໍານັກງານ-ອົງການ, ກຸ່ມບ້ານ, ກວດກາລາດຕະເວນແກ້ໄຂປະກົດການທີ່ບໍ່ດີຕ່າງໆໃນສັງຄົມ, ຮັບປະກັນຄວາມສະຫງົບປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍຢູ່ພາຍໃນເຂດຄວບຄຸມຂອງຕົນໃຫ້ດີ
3 ເປັນເຈົ້າການມີສະຕິເຄົາລົບ, ປະຕິບັດກົດໝາຍ, ລະບຽບການຕ່າງໆຂອງການຈັດຕັ້ງທຸກຂັ້ນ ແລະ ປະຕິບັດກົດລະບຽບຈະລາຈອນ ຢ່າງເຂັ້ມງວດ
4 ປົກປັກຮັກສາຊັບສົມບັດຂອງຕົນໃຫ້ດີ, ມີສະຕິໃນການກວດກາ ສະຖານທີ່ເຮືອນຊານ, ເຄຫາສະຖານ, ບ່ອນຢູ່ອາໄສ ເພື່ອຮັບປະກັນບໍ່ໃຫ້ມີຊ່ອງຫວ່າງພາໃຫ້ເກີດອັກຄີໄພ ຫຼື ພວກກຸ່ມຄົນບໍ່ດີສວຍໂອກາດເຄື່ອນໄຫວກໍ່ອາຊະຍາກຳເຊັ່ນ: ປຸ້ນຈີ້, ຊີງຊັບ ແລະ ອື່ນໆ
5 ທຸກພາກສ່ວນອົງການຈັດຕັ້ງພາກລັດ, ບໍ່ໃຫ້ອະນຸຍາດ ຂົນສົ່ງ-ນຳເຂົ້າ ສິນຄ້າປະເພດທີ່ຕ້ອງຫ້າມເຊັ່ນ: ໝາກກະໂພກ, ບັ້ງໄຟດອກ ແລະ ໂຄມໄຟລອຍຟ້າ ທຸກປະເພດ ທຸກສະນິດ ແລະ ທຸກຂະໜາດ
ພ້ອມບັນດາຂໍ້ຫ້າມ
1 ຫ້າມບໍ່ໃຫ້ຊື້-ຂາຍສິນຄ້າ ແລະ ອຸປະກອນທີ່ກໍ່ໃຫ້ເກີດສຽງແຕກ, ສຽງດັງທຸກປະເພດເຊັ່ນ ໝາກກະໂພກ, ບັ້ງໄຟດອກ, ໂຄມໄຟລອຍຟ້າ ທຸກປະເພດ ທຸກຂະໜາດ, ບໍ່ໃຫ້ນຳໃຊ້ທາດລະເບີດ, ທາດແຕກ, ທາດເບື່ອ, ເຄມີ, ທາດກຳມະລັງສີ ແລະ ວັດຖຸອອກລິດຕໍ່ສຸຂະພາບຈິດ ທີ່ເປັນຜົນລົບຕໍ່ຄວາມສະຫງົບຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ
2 ຫ້າມບໍ່ໃຫ້ນຸ່ງເຄື່ອງສັ້ນ-ເຂີນ ຍົ້ວເຍີນ ທີ່ບໍ່ຖືກຕ້ອງຕາມຮີດຄອງປະເພນີ, ການທ່ຽງຫຼິ້ນແບບລາມົກອານາຈານ, ເຕັ້ນ-ຟ້ອນ ຢູ່ຕາມທ້ອງຖະໜົນຫົນທາງຕ່າງໆ ແລະ ຫຼິ້ນການພະນັນ ທຸກປະເພດຢ່າງເດັດຂາດ
3 ຫ້າມເປີດສຽງດັງເກີນຂອບເຂດ, ຫ້າມຂີ່ລົດເປັນພືງເປັນແພ, ແລ່ນໄວເກີນຂອບເຂດ ເວລາຂັບຂີ່ລົດປະເພດຕ່າງໆ ສັນຈອນຕາມທ້ອງຖະໜົນ ຜູ້ຂັບຂີ່ຕ້ອງປະຕິບັດຕາມກົດລະບຽບຈະລາຈອນວາງອອກຢ່າງເຂັ້ມງວດເຊັ່ນ: ດື່ມສິ່ງມືນເມົາແລ້ວບໍ່ຂັບລົດ, ຂັບລົດບໍ່ດື່ມສິ່ງມືນເມົາ, ເພື່ອເຮັດໃຫ້ການສະຫຼອງປີໃໝ່ສາກົນ ມີຄວາມສະຫງົບປອດໄພ ແລະ ຕົວເມືອງມີຄວາມສະອາດຈົບງາມ ຫຼຸດຜ່ອນການເກີດອຸບັດຕິເຫດ
4 ຫ້າມບໍ່ໃຫ້ຜູ້ໂດຍສານນັ່ງຫົວລົດເວລາຂັບຂີ່ໄປຕາມທ້ອງຖະໜົນ, ຫ້າມລົດບັນທຸກຂົນສົ່ງສິນຄ້າໜັກ ແລະ ລົດໂດຍສານໃສ່ເກີນຂອບເຂດ
5 ການສະຫຼອງວັນຄຼິດສະມາດ, ເລີ່ມແຕ່ວັນທີ 24 ທັນວາ 2019 ຮອດວັນທີ 02 ມັງກອນ 2020 ບັນດາຮ້ານທຸລະກິດບັນເທີງ, ຮ້ານກິນດື່ມໃຫ້ບໍລິການ ຮອດເວລາ 23 ໂມງ 30 ນາທີ ຕ້ອງຢຸດເຊົາບໍລິການຢ່າງເດັດຂາດ
ໃນວັນທີ 31 ທັນວາ 2019 ຮອດທີ 02 ມັງກອນ 2020 ບັນດາຮ້ານທຸລະກິດບັນເທີງ, ຮ້ານກິນດື່ມ ແລະ ທຸກໆສະຖານທີ່ຈັດງານສົ່ງທ້າຍປີປີເກົ່າ 2019 ແລະ ຕ້ອນຮັບປີໃໝ່ສາກົນ 2020 ໃຫ້ບໍລິການ ຮອດເວລາ 00 ໂມງ 30 ນາທີ ຕ້ອງຢຸດເຊົາບໍລິການຢ່າງເດັດຂາດ
ສໍາລັບໃຜທີ່ລະະເມີດຈະດ້ວຍການເຈດຕະນາ ຫຼື ບໍ່ເຈດຕະນາ ລ້ວນແຕ່ໄດ້ຖືກສຶກສາອົບຮົມ, ເຮັດບົດບັນທຶກກ່າວເຕືອນ, ປັບໃໝຕາມສະຖານການລະເມີດ ຫຼື ດຳເນີນຄະດີ ຕໍ່ຜູ້ກະທຳຜິດຕາມກົດໝາຍ ສ່ວນບຸກຄົນ ໂດຍປະສານສົມທົບກັບ ພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ ຫຼື ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ ເພື່ອປະຕິບັດຕາມກົດໝາຍ
ຖ້າພົບເຫັນຜູ້ລະເມີດຕ້ອງນຳຕົວ ພ້ອມເຄື່ອງຂອງກາງທີ່ໄດ້ຫ້າມໃນແຈ້ງການສະບັບນີ້ ມອບໃຫ້ອຳນາດການປົກຄອງບ້ານສ້າງບົດບັນທຶກ ສຶກສາອົບຮົມ, ກ່າວເຕືອນ, ປັບໃໝຕາມກົດໝາຍ ຫຼື ລະບຽບການຂອງບ້ານ ແລ້ວລາຍງານໃຫ້ຂັ້ນເທິງຊາບໃນເວລາອັນຄວນ